ວິທີແກ້ໄຂບັນຫາ too many connection ໃນ Filezilla

ວິທີແກ້ໄຂບັນຫາ too many connection ໃນ Filezilla

ສໍາລັບຜູ້ນໍາໃຊ້ FileZilla ອາດຈະພົບຂໍ້ຄວາມແຈ້ງ “421 Too Many Connections (8) from this IP” ເຊິ່ງເປັນ error ທີ່ເກີດຈາກການເປີດ FTP ໃໝ່ຂຶ້ນມາ ໂດຍທີ່ຍັງບໍ່ໄດ້ປິດການເຊື່ອມຕໍ່ FTP ເດີມ error ນີ້ເກີດຂຶ້ນເພາະທາງຜູ້ໃຫ້ບໍລິການໂຮສຕິງໄດ້ຈໍາກັດການເຊື່ອມຕໍ່ FTP ໄວ້ ເພື່ອປ້ອງກັນບັນຫາເຊີບເວີ overload ໃນກໍລະນີທີ່ມີການເຊື່ອມຕໍ່ແບບ FTP ພ້ອມໆກັນ

1.ເປີດໂປຣແກຣມ Filezilla ແລະ ຄລິກທີ່ File ເລືອກSite Manager…

2.ເລືອກໂດເມນທີ່ຕ້ອງການຈໍາກັດການເຊື່ອມຕໍ່ ຈາກນັ້ນຄລິກທີ່ແທັບ Transfer Settings

3.ເລືອກ Transfer mode ເປັນ Passive ແລະຕິກໃສ່ໜ້າຂໍ້ຄວາມ Limit number of simultaneous connections and enter a Maximum number of connections ຈາກນັ້ນໃສ່ຈໍານວນການເຊື່ອມຕໍ່ແນະນໍາໃຫ້ໃສ່ 8

ຈາກນັ້ນຄລິກທີ່ປຸ່ມ OK ເພື່ອບັນທຶກການຕັ້ງຄ່າ