ວິທີການ Clean Install WordPress ໃໝ່ທັງໝົດພາຍຫຼັງພົບມັດແວ

ວິທີການ Clean Install WordPress ໃໝ່ທັງໝົດພາຍຫຼັງພົບມັດແວ

ເມື່ອເວັບໄຊ້ເຮົາຖືກ Hack ແລະ ຖືກຝັງມັດແວ ເປັນເລື່ອງຍາກທີ່ຈະສາມາດຫາ Code ທີ່ຜູ້ບໍ່ຫວງດີລັກເອົາເຂົ້າມາຝັງໄວ້ທີ່ Website ແທນທີ່ເຮົາຈະມາໄລ່ເທື່ອລະໄຟລ ເຮົາຈະຕ້ອງລົບໄຟລ php ອອກໃຫ້ໝົດເປັນການ Clean Install WordPress ໃໝ່ເພື່ອກໍາຈັດໄຟລໄວຣັດຕ່າງໆອອກໄປ ແລະ ຕິດຕັ້ງ WordPress

Clean Install

1. Backup Website ດ້ວຍ All in one WP Migration ຫຼືຜ່ານ ໂປຣແກຣມ FileZilla ກ່ອນແກ້ໄຂເພື່ອຄວາມປອດໄພ

2. Download ໄຟລໃນ wp-content/uploads ມາເກັບໄວ້ທັງໝົດກ່ອນ ພ້ອມທັງກວດສອບໄຟລໃນໂຟລເດີ wp-content/uploads ວ່າມີໄຟລແປກປອມ ນອກຈາກໄຟລຮູບພາບຫຼືບໍ ຫາກພົບໄຟລ .php , .js ໃຫ້ລົບອອກໃຫ້ໝົດ ອາດຈະເປັນໄຟລຂອງຜູ້ບໍ່ຫວັງດີ

 

 

 

 

 

 

 

 

3. ເຂົ້າໄປທີ່ folder wp-contents/plugins/ ໃຫ້ເກັບຊື່ຂອງ plugin ທັງໝົດທີ່ຢູ່ໃນ wp-contents/plugins/ ເພື່ອທີ່ຈະໃຊ້ໃນການຄົ້ນຫາ plugin ໃນການ download ເພື່ອທີ່ຈະນໍາມາໃຊ້ໃນຂັ້ນຕອນທີ 10

 

 

 

 

 

 

 

 

 

4. ເຂົ້າໄປທີ່ folder wp-contents/themes/ ໃຫ້ເກັບຊື່ຂອງ themes ທັງໝົດທີ່ຢູ່ໃນ wp-contents/themes/ ເພື່ອທີ່ຈະໃຊ້ໃນການຄົ້ນຫາ themes ໃນການ download ເພື່ອທີ່ຈະນໍາມາໃຊ້ໃນຂັ້ນຕອນທີ 10

 

 

 

 

 

 

 

 

5. ລົບໄຟລໃນໂຟລເດີ public_html ທັງໝົດ

6. ປ່ຽນ Username Password ຂອງລະບົບຈັດການ Hosting (DirectAdmin, VestaCP, cPanel, Etc.) ລວມທັງ FTP ແລະ Database ທັງໝົດ

7. Upload WordPress Core ໄປທີ່ Server ອີກຄັ້ງ

8. ແກ້ໄຂໄຟລ wp-config.php ຕັ້ງຄ່າການເຊື່ອມຕໍ່ Database ໃຫ້ຖືກຕ້ອງ ( ໃນຂັ້ນຕອນນີ້ຫາກຍັງບໍ່ໄດ້ປ່ຽນ Password Database ແນະນໍາໃຫ້ແກ້ໄຂຕື່ມອີກ )

9. Upload wp-content/uploads ໄປທີ່ Server

10. ຕິດຕັ້ງ Plugin & Theme ຈາກຕົວລະບົບ WordPress ເອງ (ບໍ່ແນະນໍາໃຫ້ເອົາໄຟລ Plugin ເກົ່າມາໃຊ້ ແນະນໍາໃຫ້ກົດ Download ຈາກແຫຼ່ງທີ່ມາໃໝ່) ແລະ ໃຫ້ອັບເດດເປັນເວີຊັ່ນຫຼ້າສຸດໃຫ້ໝົດ

11. ໃນຂັ້ນຕອນນີ້ ກໍຈະໄດ້ໜ້າເວັບ ແລະ ສ່ວນເສີມຕ່າງໆ ກັບມາເປັນຄືເກົ່າໝົດເລີຍ ໂດຍປາສະຈາກໄຟລໄວຣັດຕ່າງໆ

ເມື່ອ Clean Install ເພື່ອກໍາຈັດ Code ຈາກຜູ້ບໍ່ຫວັງດີແລ້ວ ແຕ່ກໍຍັງມີຊ່ອງວ່າງຢູ່ ເພາະວ່າເກີດຈາກຕົວ Plugin ຫຼື Theme ຍັງບໍ່ໄດ້ແກ້ໄຂ ກໍອາດຈະເຮັດໃຫ້ເວັບໄຊ້ເກີດບັນຫາຂຶ້ນໄດ້ ແນະນໍາໃຫ້ເລືອກໃຊ້ Plugin ທີ່ໄດ້ຮັບການຢືນຢັນຈາກ WordPress.org ແລະ ເລືອກ Plugin ທີ່ມີການ Update ແກ້ໄຂຢູ່ເປັນປະຈໍາ

ຫາກລູກຄ້າບໍ່ສະດວກໃນການ Clean Install ດ້ວຍຕົນເອງ ທາງບໍລິສັດມີບໍລິການ WordPress Malware Removal

ໂດຍທີມງານມືອາຊີບ ໃຫ້ການແກ້ໄຂ ຫຼື ສະແກນໄວຣັດທັງລະບົບກ່ອນສົ່ງມອບວຽກໂດຍພະນັກງານທີ່ຈະວິເຄາະຈາກ Access Log ຂອງ Web Server ແລະ Scan Virus ທີ່ມີການອັບເດດ Signature ທຸກວັນ
ຫຼັງຈາກແກ້ໄຂຈະມີທີມດູແລ ຕາມໄລຍະເວລາທີ່ກໍານົດ

:: ການຮັບປະກັນ ::
– ດູແລ ແລະ ໃກ້ຊິດຕິດຕາມຢ່າງຕໍ່ເນື່ອງໂດຍພະນັກງານຈາກ Huk-Com Hosting
– ກາຣັນຕີຜົນງານ 100% (ແກ້ໄຂບໍ່ໄດ້ຍິນດີສົ່ງເງິນຄືນ)
– ພະນັກງານພ້ອມໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ

:: ລາຍລະອຽດເພີ່ມຕື່ມ ::
https://bit.ly/33hTvA4