ວິທີການ Clean Install WordPress ໃໝ່ທັງໝົດ

ວິທີການ Clean Install WordPress ໃໝ່ທັງໝົດ

ເມື່ອເວັບໄຊ້ເຮົາຖືກ Hack ແລະ ຖືກຝັງມັດແວ ເປັນເລື່ອງຍາກທີ່ຈະສາມາດຫາ Code ທີ່ຜູ້ບໍ່ຫວັງດີລັກເອົາເຂົ້າມາຝັງໄວ້ທີ່ Website ແທນທີ່ເຮົາຈະມານັ່ງຄົ້ນຫາເທື່ອລະໄຟລ php ອອກໃຫ້ໝົດເປັນການ Clean Install WordPress ໃໝ່ ເພື່ອຈໍາກັດໄຟລໄວຣັດຕ່າງໆອອກໄປ ແລະ ຕິດຕັ້ງ WordPress

Clean Install

1. Backup Website ກ່ອນແກ້ໄຂເພື່ອຄວາມປອດໄພ
2. Download ໄຟລໃນ wp-content/uploads ມາເກັບໄວ້ທັງໝົດກອ່ນ ພ້ອມທັງກວດສອບໄຟລໃນໂຟລເດີ wp-content/uploads ວ່າມີໄຟລແປກປອມ ນອກຈາກໄຟລຮູບພາບ ຫຼື ບໍ່ ຫາກພົບໄຟລ .php , .js ໃຫ້ລົບອອກໃຫ້ໝົດ ອາດຈະເປັນໄຟລຂອງຜູ້ບໍ່ຫວັງດີ
3. ກ່ອນລົບ folder wp-contents/plugins/ ໃຫ້ເກັບຊື່ຂອງ plugin ທັງໝົດທີ່ຢູ່ໃນ wp-contents/plugins/ ເພື່ອທີ່ຈະໃຊ້ໃນການຄົ້ນຫາ plugin ໃນການ download ເພື່ອທີ່ຈະນໍາມາໃຊ້ໃນຂັ້ນຕອນທີ 9
4. ປ່ຽນ Username Password ຂອງລະບົບຈັດການ Hosting (DirectAdmin, VestaCP, cPanel, Etc.) ລວມທັງ FTP ແລະ Database ທັງໝົດ
5. ລົບໄຟລໃນໂຟລເດີ public_html ທັງໝົດ
6. ແກ້ໄຂໄຟລ wp-config.php ຕັ້ງຄ່າການເຊື່ອມຕໍ່ Database ໃຫ້ຖືກຕ້ອງ ( ໃນຂັ້ນຕອນນີ້ຫາກຍັງບໍ່ໄດ້ປ່ຽນ Password Database ແນະນໍາໃຫ້ແກ້ໄຂດ້ວຍ)
7. Upload WordPress Core ໄປທີ່ Server ອີກຄັ້ງ
8. Upload wp-content/uploads ໄປທີ Server
9. ຕິດຕັ້ງ Plugin & Theme ຈາກຕົວລະບົບ WordPress ເອງ (ບໍ່ແນະນໍາໃຫ້ນໍາໄຟລ Plugin ເກົ່າມາໃຊ້ ແນະນໍາໃຫ້ກົດ Download ຈາກແຫຼ່ງທີ່ມາໃໝ່) ແລະ ໃຫ້ອັບເດດເປັນເວີຊັ່ນຫຼ້າສຸດໃຫ້ໝົດ
10. ໃນຂັ້ນຕອນນີ້ກໍຈະໄດ້ໜ້າເວັບ ແລະ ສ່ວນເສີມຕ່າງໆກັບມາເປັນຄືເກົ່າໝົດແລ້ວ ໂດຍປາສະຈາກໄຟລໄວຣັດຕ່າງໆ ( ເວັ້ນແຕ່ວ່າ ຖືກຝັງໄວ້ໃນ Database ໂດຍວິທີແກ້ຈະບອກໃນບົດຄວາມຖັດໄປ )

ເມື່ອ Clean Install ເພື່ອກໍາຈັດ Code ຈາກຜູ້ບໍ່ຫວັງດີແລ້ວ ແຕ່ກໍຍັງມີຊ່ອງວ່າງຢູ່ ເພາະວ່າເກີດຈາກຕົວ Plugin ຫຼືTheme ຍັງບໍ່ໄດ້ຮັບການແກ້ໄຂ ກໍອາດຈະເຮັດໃຫ້ເວັບໄຊ້ເກີດບັນຫາຂຶ້ນໄດ້ ແນະນໍາໃຫ້ເລືອກໃຊ້ Plugin ທີ່ໄດ້ຮັບການຢືນຢັນຈາກ WordPress.org ແລະ ເລືອກ Plugin ທີ່ມີການ Update ແກ້ໄຂ ຢູ່ເປັນປະຈໍາ