ວິທີອັບໂຫຼດໄຟລເວັບໄຊ້ມາທີ່ເວັບໂຮສຕິ້ງດ້ວຍໂປຣແກຣມ FileZilla

ວິທີອັບໂຫຼດໄຟລເວັບໄຊ້ມາທີ່ເວັບໂຮສຕິ້ງດ້ວຍໂປຣແກຣມ FileZilla

ການເບິ່ງຂໍ້ມູນ FTP ລູກຄ້າສາມາດເບິ່ງໄດ້ຜ່ານທາງອີເມວທີ່ທາງຮັກຄອມຈະສົ່ງຂໍ້ມູນການນໍາໃຊ້ສໍາລັບ Package Sharehost ສ່ວນ Package VPS ລູກຄ້າສາມາດໄປສ້າງ FTP ໄດ້ຕາມຄູ່ມືນີ້ເລີຍ ການບໍລິຫານຈັດການ FTP Account

 

1.ເຊື່ອມຕໍ່ FTP

 

 

ໃສ່ຂໍ້ມູນດັ່ງຕໍ່ໄປນີ້ລົງໄປຕາມຊ່ອງຕ່າງໆ ດັ່ງຮູບ
1.Host : ໃສ່ເລກ IP Address ທີ່ໄດ້ຮັບ ຫຼື ຊື່ເວັບໄຊ້ຂອງລູກຄ້າເອງ
2.Username : ຊື່ຜູ້ໃຊ້ທີ່ໄດ້ສ້າງເອົາໄວ້
3.Password : ລະຫັດຜ່ານທີ່ໄດ້ສ້າງເອົາໄວ້
4.Port : ໃສ່ເລກ 21 ຫຼື ປ່ອຍວາງເອົາໄວ້ກໍໄດ້
ຈາກນັ້ນກົດປຸ່ມ Quickconnect ພຽງເທົ່ານີ້ກໍສາມາດເຊື່ອມຕໍ່

2.ການອັບໂຫຼດໄຟລ

 

ເມື່ອເຊື່ອມຕໍ່ສໍາເລັດ ໄດ້ດັບເບິ້ນຄລິກທີ່ໂຟລເດີ Domains -> ເລືອກຊື່ Domain ທີ່ຕ້ອງການອັບໂຫຼດໄຟລ -> ຄລິກ Public_html ເຊິ່ງເປັນໂຟລເດີໃນການເກັບໄຟລເວັບໄຊ້

3.ລົບໄຟລ Index.html

 

 

ເມື່ອເຂົ້າມາຄັ້ງທໍາອິດ ຈະພົບໄຟລຊື່ index.html ເຊິ່ງເປັນໄຟລເລີ່ມຕົ້ນທີ່ລະບົບໄດ້ສ້າງເອົາໄວ້ ແນະນໍາໃຫ້ລົບອອກ

4.ອັບໂຫຼດຂໍ້ມູນຈາກເຄື່ອງ Client ຂຶ້ນ Server

 

ຄລິກຂວາທີ່ໄຟລ ຫຼື ໂຟລເດີໃນສ່ວນດ້ານຊ້າຍ ເຊິ່ງເປັນໄຟລທີ່ຢູ່ໃນເຄື່ອງຂອງລູກຄ້າ ຈາກນັ້ນເລືອກ Upload ແລ້ວລໍຖ້າໃຫ້ໂປຣແກຣມອັບໂຫຼດໄຟລຈົນສໍາເລັດ

5. ເມື່ອອັບໂຫຼດສໍາເລັດຈະຂຶ້ນດັ່ງຮູບ

 

 

ເມື່ອອັບໂຫຼດສໍາເລັດ ໃນດ້ານຂວາເຊິ່ງເປັນພື້ນທີ່ໃນສ່ວນຂອງເວັບໂຮສຕິ້ງຈະມີໄຟລທີ່ໄດ້ອັບໂຫຼດເຂົ້າໄປ ຫາກບໍ່ສະແດງໃຫ້ຄລິກຂວາໃນພື້ນທີ່ດ້ານຂວາ ແລະ ເລືອກ Refresh