ເປັນຫຍັງຕ້ອງ Update WordPress

ເປັນຫຍັງຕ້ອງ Update WordPress

ເປັນຫຍັງຕ້ອງ Update WordPress

ບາງຄົນຄິດວ່າເວັບໄຊ້ກໍຍັງນໍາໃຊ້ໄດ້ ເປັນຫຍັງຕ້ອງອັບເດດ WordPress ດ້ວຍ ຫຼື ບໍ່ ບາງທີ່ອັບເດດແລ້ວເກີດບັນຫາເວັບໄຊ້ນໍາໃຊ້ບໍ່ໄດ້ ຕ້ອງໄດ້ແກ້ບັນຫາອີກມາກມາຍ

ທີ່ນີ້ເຮົາມາເບິ່ງນໍາກັນວ່າເປັນຫຍັງຕ້ອງອັບເດດ WordPress ໃຫ້ເປັນ Version ຫຼ້າສຸດຢູ່ສະເໝີ
1.WordPress ເປັນ CMS ທີ່ກ່າວໄດ້ວ່າໄດ້ຮັບຄວາມນິຍົມຫຼາຍທີ່ໃນໂລກໃນຕອນນີ້
ແລະ ທາງຜູ້ພັດທະນາກໍຈະມີການເຕີມຄວາມສາມາດຕ່າງໆ ໃຫ້ເກັ່ງຂຶ້ນຢູ່ຕະຫຼອດເວລາ
2. ຊ່ອງວ່າງທາງດ້ານຄວາມປອດໄພຕ່າງໆ ເລື່ອງຂອງຄວາມປອດໄພນັ້ນເປັນສາເຫດສໍາຄັນທີ່ສຸດ ເຮົາຄົງບໍ່ພໍໃຈຫາກວັນດີຄືນດີມີຄົນມາປ່ຽນໜ້າຕາເວັບໄຊ້ຂອງເຮົາ

WordPress ເປັນ CMS ທີ່ກ່າວໄດ້ວ່າໄດ້ຮັບຄວາມນິຍົມຫຼາຍທີ່ໃນໂລກໃນຕອນນີ້
ແລະ ທາງຜູ້ພັດທະນາກໍຈະມີການເຕີມຄວາມສາມາດຕ່າງໆໃຫ້ເກັ່ງຂຶ້ນຢູ່ຕະຫຼອດເວລາ ລວມເຖິງການແກ້ໄຂຊ່ອງວ່າງທາງດ້ານຄວາມປອດໄພຕ່າງໆ ເລື່ອງຂອງຄວາມປອດໄພນີ້ຄືສາເຫດສໍາຄັນທີ່ສຸດທີ່ເຮົາຈະຕ້ອງ Update ເວັບ WordPress ຂອງເຮົາໃຫ້ເປັນຮຸ່ນທີ່ໃໝ່ຫຼ້າສຸດຢູ່ສະເໝີ ເພື່ອປ້ອງກັນໃຫ້ຜູ້ບໍ່ຫວັງດີມາໂຈມຕີເວັບໄຊ້ເຮົາ

ເຮົາຄວນກວດສອບ ແລະ ອັບເດດຂອງຕົວເອງຢ່າງສະໝໍ່າສະເໝີ ສໍາລັບເວັບໄຊ້ WordPress ສ່ວນທີ່ຕ້ອງເຂົ້າມາດູແລອັບເດດມີດັ່ງຕໍ່ໄປນີ້

1. Plugin
2. Theme
3. WordPress Core

ຫາກຈະ Update ຫຼື ແກ້ໄຂ Code ໃນ WordPress ແລ້ວຄວນມີການ Backup ໄວ້ເພື່ອໃນກໍລະນີ Update ສ່ວນຕ່າງໆຂອງ WordPress ໄປແລ້ວເວັບໄຊ້ບໍ່ສາມາດນໍາໃຊ້ໄດ້ດ້ວຍສາເຫດຕ່າງໆ ຄືການບໍ່ລົງຕົວຂອງ WordPress ກັບTheme ແລະ Plugins ທີ່ນໍາໃຊ້ໂຄດບາງຢ່າງຂອງ Theme ແລະ Plugins ຍັງຕາມ WordPress ຮຸ່ນໃໝ່ບໍ່ທັນ ເຮັດໃຫ້ສະແດງຜົນຄາດເຄື່ອນ ຫຼື Plugins ນໍາໃຊ້ບໍ່ໄດ້ ເຮົາຈະສາມາດເອົາຂໍ້ມູນ Backup ມາໃຊ້ກ່ອນເພື່ອໃຫ້ເວັບໄຊ້ຍັງສາມາດໃຊ້ໄດ້ຕໍ່ໄປ ທ່ານສາມາດເບິ່ງວິທີການ Backup ຂໍ້ມູນໄດ້ທີ່ບົດຄວາມ วิວິທີ Backup ຂໍ້ມູນ WordPress ດ້ວຍຕົນເອງແບບງ່າຍໆ