ເພີ່ມປະສິດທິພາບໃຫ້ WordPress ດ້ວຍ RCache ສໍາລັບລູກຄ້າ VPS ແລະ WordPress Hosting

ເພີ່ມປະສິດທິພາບໃຫ້ WordPress ດ້ວຍ RCache ສໍາລັບລູກຄ້າ VPS ແລະ WordPress Hosting

ທາງ Huk-Com Hosting ໄດ້ພັດທະນາ Plugin Cache ມາສໍາລັບເພີ່ມປະສິດທິພາບການເຮັດວຽກຂອງ WordPress ໂດຍສະເພາະ ໃນ Layer ທີ່ເຮົາຈະດູແລຄືການເຮັດ Caching ທີ່ຝັ່ງ Proxy Server ຂອງ Huk-Com ແທນການຕັ້ງຄ່າຂອງເບື້ອງຜູ້ນໍາໃຊ້ ເພື່ອຫຼຸດການຕັ້ງຄ່າຂອງເບື້ອງຜູ້ນໍາໃຊ້ ເພື່ອຫຼຸດການຕັ້ງຄ່າຜິດພາດຂອງຜູ້ນໍາໃຊ້ ແລະ ຫຼຸດການປະມວນຜົນຂອງ PHP + MySQL ເຮັດໃຫ້ຫຼຸດການເຮັດວຽກຂອງ Server ເວັບໄຊ້ສາມາດຮອງຮັບປະລິມານການເຂົ້າຊົມໄດ້ຫຼາຍຂຶ້ນຫຼາຍເທົ່າຕົວ

 

WordPress ເປັນ CMS ທີ່ມີຄວາມຊັບຊ້ອນ ແລະ ມີລູກຫຼິ້ນຂ້ອນຂ້າງຫຼາຍທີ່ເຮັດໃຫ້ຜູ້ນໍາໃຊ້ສາມາດປັບແຕ່ງ ຫຼື ພັດທະນາ Themes , Plugin ໄດ້ງ່າຍ ຖືວ່າເປັນ Framework ຕົວໜຶ່ງເລີຍກໍວ່າໄດ້ ແຕ່ຄວາມງ່າຍແລກມາກັບການນໍາໃຊ້ຊັບພະຍາກອນຂອງ Web Server ທີ່ສູງຕາມໄປດ້ວຍ ແລະ ສິ່ງທີ່ຈະບັນເທົາບໍ່ໃຫ້ WordPress ນໍາໃຊ້ Server ໜັກຈົນລົ່ມນັ້ນກໍຄືການຕິດຕັ້ງ Plugin ປະເພດ Cache ເຊັ່ນ WP Super Cache , W3 Total Cache , WP Fastest Cache ເປັນຕົ້ນ ຫຼັກການເຮັດວຽກຄືໃຫ້ PHP ປະມວນຜົນໃນຄັ້ງທໍາອິດ ແລະ ເກັບເປັນໄຟລ html ໄວ້ທີ່ folder cache ຫາກມີການຮຽກ URL ເດີມທີ່ມີການ Cache ໄວ້ຕົວແລ້ວຕົວ PHP ກໍຈະໄປດຶງ file cache ມາສະແດງແທນເຮັດໃຫ້ຫຼຸດການເຂົ້າເຖິງຂອງ Database Server ແຕ່ PHP ກໍຍັງຕ້ອງປະມວນຜົນເໝືອນເດີມ ແລະ PHP ກິນ Memory ຂ້ອນຂ້າງຫຼາຍຍິ່ງບາງເວັບໄຊ້ມີ Plugin / Themes ທີ່ບໍ່ໄດ້ຂຽນມາໃຫ້ຖືກຫຼັກການ ແລະ ບໍ່ໄດ້ຄໍານຶງເຖິງ Performance ກໍຈະເຮັດໃຫ້ກິນ Memory ເປັນຈໍານວນຫຼາຍເພາະຈະບໍ່ Support ກັບ Plugin Cache ຂອງ WordPress ອີກດ້ວຍ

 

 

Diagram ການເຮັດວຽກຂອງ WordPress + Plugin Cache ແບບປົກກະຕິເຊັ່ນ WP Super Cache , WP Fastest Cache

 

 

 

 

ເປັນຫຍັງຕ້ອງ RCache

 

Huk-Com ໄດ້ວາງ Proxy Server ຂວາງເພື່ອເຮັດ Cache ກ່ອນຈະເຖິງ WordPress Server ເຮົາຈະ Control Cache ທັງໝົດທີ່ເຄື່ອງ Proxy Server (NGINX) ຂອງເຮົາ ແລະ ໄດ້ສຶກສາການເຮັດວຽກຂອງ WordPress ມາຢ່າງລະອຽດແລ້ວພົບວ່າມີສ່ວນທີ່ເຮົາສາມາດ Cache ໄດ້ ແລະ ຈະຫຼຸດການໃຊ້ຊົບພະຍາກອນຂອງ Server ໄດ້ຫຼາຍກວ່າ 50% ລວມເຖິງສ່ວນທີ່ເຮົາບໍ່ຄວນຈະ Cache ເຮົາກໍຈະມີ rules ສໍາລັບ bypass ບໍ່ໃຫ້ Cache ເພື່ອທີ່ຈະບໍ່ໃຫ້ WordPress ເຮັດວຽກຫຼືສະແດງຜົນຜິດພາດ ເທົ່າກັບວ່າການເຂົ້າເວັບໃນທຸກໆຄັ້ງ Proxy Server ຈະຕອບ content ກັບໄປແທນການໃຊ້ PHP ໃນການດຶງ file cache ແບບທີ່ Plugin ທົ່ວໆໄປເຮັດ ແລະ ເຮົາໄດ້ເກັບ Content ທີ່ Cache ໄວ້ທີ່ Memory ຂອງ Server ຍິ່ງເຮັດໃຫ້ໜ້າເວັບໂຫຼດໄວຂຶ້ນອີກດ້ວຍ

 

Diagram ການເຮັດວຽກຂອງ Huk-Com Hosting ທີ່ເຮັດວຽກຮ່ວມກັບ Plugin RCache ເພື່ອໃຊ້ໃນການ Control Cache ທີ່ເຄື່ອງ Proxy Server

 

 

 

 

ເປັນຫຍັງຕ້ອງເລືອກນໍາໃຊ້ RCache

 

-> ການເຮັດວຽກຂອງ WordPress ໄວຂຶ້ນຫຼາຍກວ່າເກົ່າກວ່າ 30% ເນື່ອງຈາກພາລະການເຮັດວຽກສ່ວນໃຫຍ່ຈະມາທາງເບື້ອງ Proxy Server ແລະ ການເຂົ້າເຖິງເວັບໄຊ້ກໍບໍ່ຕ້ອງປະເມີນຜົນ PHP ແລະ MySQL ຕະຫຼອດ ໃຫ້ຫຼຸດພາລະການເຮັດວຽກຂອງ Server

-> ສາມາດເຮັດວຽກຮ່ວມກັບ WooCommerce Plugin ໄດ້ຢ່າງມີປະສິດທິພາບ

-> ຮອງຮັບຜູ້ເຂົ້າຊົມຫຼາຍຂຶ້ນ

-> Cache ທຸກຢ່າງເກັບໄວ້ທີ່ Memory ເພື່ອໃຫ້ໄດ້ປະສິດທິພາບສູງທີ່ສຸດ

-> ຜູ້ນໍາໃຊ້ WordPress ບໍ່ຕ້ອງກັງວົນເລື່ອງການຕັ້ງຄ່າ Cache ອີກຕໍ່ໄປ ພຽງແຕ່ລົງ Plugin RCache ແລະ ບໍ່ຕ້ອງຕັ້ງຄ່າຫຍັງເພີ່ມເຕີມ ເຮົດໃຫ້ງ່າຍກັບມືໃໝ່ໃນການນໍາໃຊ້

 

 

ໃຜແດ່ທີ່ສາມາດນໍາໃຊ້ RCache ໄດ້

 

-> ເນື່ອງຈາກ Cache ໄດ້ Design ມາສໍາລັບ WordPress ແລະ ລູກຄ້າ Hosting ທົ່ວໄປມີເວັບໄຊ້ທີ່ບໍ່ໃຊ້ WordPress ຢູ່ຮ່ວມກັນເປັນຈໍານວນຫຼາຍເຮັດໃຫ້ບໍ່ສາມາດ control ແລະ ໄດ້ມ່ີການເຮັດວຽກຜິດພາດເກີດຂຶ້ນຂ້ອນຂ້າງຫຼາຍຈຶ່ງສະຫງວນໄວ້ ສໍາລັບລູກຄ້າທີ່ໃຊ້ WordPress Hosting ແລະ VPS Server ຂອງ Huk-Com Hosting ເທົ່ານັ້ນ

 

 

ສິ່ງທີ່ຕ້ອງກະກຽມກ່ອນຈະນໍາໃຊ້ RCache

–> ລູກຄ້າ WordPress ສາມາດນໍາໃຊ້ໄດ້ທັນທີ

–> ລູກຄ້າທີ່ນໍາໃຊ້ VPS ຈໍາເປັນຕ້ອງ ເປີດ Ticket ມາເພື່ອແຈ້ງເປີດການນໍາໃຊ້ RCache Library ກ່ອນຈຶ່ງຈະຕິດຕັ້ງ Plugin ໄດ້

 

 

 

ຂັ້ນຕອນການຕິດຕັ້ງ ແລະ ວິທີການນໍາໃຊ້ RCache