ເປັນຫຍັງຕ້ອງໃຊ້ WordPress Hosting ຂອງ ” ຮັກຄອມ “

ເປັນຫຍັງຕ້ອງໃຊ້ WordPress Hosting ຂອງ ” ຮັກຄອມ “

ໃນຍຸກປະຈຸບັນເກືອບຈະບໍ່ມີໃຜທີ່ບໍ່ຮູ້ຈັກ CMS ທີ່ຊື່ WordPress ໃນຕອນນີ້ WordPress ຖືວ່າເປັນ CMS ທີ່ມາແຮງທີ່ສຸດ ແລະ ເວັບໄຊ້ທີ່ຝາກໄວ້ກັບທາງຮັກຄອມ Huk-Com ທັງ Share Hosting / VPS ຫຼາຍກວ່າ 75% ເປັນ WordPress ທັງໝົດ ແລະ ມີເທຣນເພີ່ມຂຶ້ນເລື້ອຍໆຢ່າງຕໍ່ເນື່ອງເຮົາຈຶ່ງໄດ້ພັດທະນາຜະລິດຕະພັນ ແລະ ສິນຄ້າ ທີ່ກ່ຽວຂ້ອງມາຍາວນານກວ່າ 5 ປີ ແລະ ດ້ວຍປະສົບການທີ່ກິ້ງເກືອກລີເລືອມາດົນຈຶ່ງໄດ້ເຫັນບັນຫາຕ່າງໆທັງຈຸດດີ ແລະ ຈຸດອ່ອນ ໃນສ່ວນຂອງຂໍ້ດີເຮົາຈະບໍ່ກ່າວເຖິງໃນບົດຄວາມນີ້ ເຮົາຈະມາເວົ້າເຖິງຈຸດອ່ອນ ແລະ ວິທີທີ່ພວກເຮົາໃຊ້ແກ້ໄຂບັນຫາໃຫ້ກັບລຸກຄ້າ ແລະ ແນວທາງເພື່ອໃຫ້ແກ້ບັນຫາໃນໄລຍະຍາວ

 

 

: ຈຸດອ່ອນຂອງ WordPress ທີ່ທາງ Huk-Com ຄິດວ່າເປັນບັນຫາໃຫຍ່ໆ :

 

 

ปัญหาด้านความเร็ว และ การใช้ทรัพยากรเกินความจำเป็น

 

 

  1. ເປັນ CMS ທີ່ມີຂະໜາດໃຫຍ່ ແລະ ມີຄວາມຊັບຊ້ອນສູງເຮັດໃຫ້ການໂຫຼດໜ້າເວັບໄຊ້ແຕ່ລະຄັ້ງກິນຊັບພະຍາກອນ ແລະ resource ຂອງ Server ເປັນຈໍານວນຫຼາຍ ແລະ ມີບັນຫາເວລາມີຜູ້ຊົມເວັບໄຊ້ເຂົ້າມາພ້ອມກັນເປັນຈໍານວນຫຼາຍ ກໍຈະເຮັດໃຫ້ resource ຂອງເຊີບເວີບໍ່ພຽງພໍທັງ CPU ແລະ Memory ເຮັດໃຫ້ເວັບໄຊ້ຫຼົ້ມ ແລະ ເຂົ້າບໍ່ໄດ້
  2. ບັນຫາການນໍາໃຊ້ Plugin/Themes ທີ່ບໍ່ໄດ້ມາດຕະຖານ ແລະ ມີການເຮັດວຽກທີ່ຜິດປົກກະຕິ ເຊັ່ນຂຽນ SQL Command ທີ່ຊັບຊ້ອນເຮັດໃຫ້ Database Server ເຮັດວຽກໜັກ ຫຼື ມີການຂຽນ Plugin ໂດຍທີ່ບໍ່ຄໍານຶງເຖິງ performance ເຊັ່ນມີການຂຽນ loop ທີ່ຊັບຊ້ອນ ຫຼື ຮຽກໃຊ້ WordPress Function ຫຼາຍເກີນຈໍາເປັນ ເຮັດໃຫ້ເມື່ອຕິດຕັ້ງ Plugin/Themes ພົບບັນຫາເວັບໄຊ້ເຮົາກຊຈະຊ້າ ຫຼື ກິນ resource / request ໜັກທັນທີ

 

 

ບັນຫາດ້ານຄວາມປອດໄພ (Security)

 

 

 

 

  • ບັນຫາການຖືກ Scan ຈາກ Botnet ທີ່ພະຍາຍາມຫາຊ່ອງວ່າງ ຫຼື ຕັ້ງ Password ໄວ້ງ່າຍຕໍ່ການຄາດເດົາຈະຖືກຢຶດເວັບໄຊ້ ແລະ ຖືກຝັງ Backdoor / Phishing / Malware ທັນທີ
  • WordPress Core / Themes / Plugin ບໍ່ໄດ້ອັບເດເຢ່າງສະໝໍ່າສະເໝີ ເຊິ່ງບາງຄັ້ງທາງຜູ້ພັດທະນາມີການອັບເດດໃນສ່ວນຂອງ Security Patch ຫຼື ເວົ້າງ່າຍໆກໍຄືອັບເດດເພື່ອປິດຊ່ອງວ່າງ ເພື່ອປ້ອງກັນການຖືກແຮັກ ຈາກເທັກນິກຕ່າງໆເຊັ່ນ SQL Injection , XSS , RCE , LFI ,RFI ລວມທັງ Data leak ຕ່າງໆ ສ່ວນໃຫຍ່ຈະເກີດຂຶ້ນກັບ Plugin / Themes ທີ່ບໍ່ໄດ້ອັບເດດຢ່າງສະໝໍ່າສະເໝີ ຜົນກະທົບຂ້ອນຂ້າງຮຸນແຮງເຖິງຂັ້ນຖືກລັກຂໍ້ມູນທັງໝົດລວມທັງຖືກຝັງ Backoor / Malware / Trojan

 

 

: ເຫດຜົນທີ່ຕ້ອງເລືອກໃຊ້ບໍລິການ WordPress Hosting ຈາກ Huk-Com :

 

 

1) ໃຊ້ RCache Plugin ເພື່ອແກ້ບັນຫາທາງດ້ານ Performance ທັງໝົດ

 

 

ຈຸດປະສົງຫຼັກຄືເຮັດໃຫ້ເວັບໄຊ້ໄວຂຶ້ນ ແລະ ເຮັດໃຫ້ສາມາດຮອງຮັບການເຂົ້ານໍາໃຊ້ພ້ອມກັນໄດ້ເປັນຈໍານວນຫຼາຍ ເຊິ່ງເມື່ອທຽບກັບເວັບໄຊ້ທີ່ບໍ່ໄດ້ Caching ຈະສາມາດຮັບທຣາບຟິກໄດ້ຫຼາຍກວ່າເດີມຢ່າງໜ໊ອຍ 500% ແລະ ສາມາດເຮັດວຽກຮ່ວມກັບ Plugin Cache ຂອງ WordPress (ເຊັ່ນ WP Fastest Cache , WP Supercache , W3 Total Cache) ໄດ້ຢ່າງສົມບູນແບບ ສາມາດອ່ານລາຍລະອຽດຂອງ Plugin ໄດ້ ທີ່ນີ້

 

 

 

 

2) Web Application Firewall ທີ່ພັດທະນາມາສໍາລັບ WordPress ໂດຍສະເພາະ

 

 

 

ໃນສ່ວນຂອງຄວາມປອດໄພເຮົາມີການພັດທະນາ Web Application Firewall (WAF) ສໍາລັບ WordPress ໂດຍສະເພາະ ມີການເຮັດວຽກໃນຮູບແບບ Machine Learning ຄືມີການວິເຄາະ ແລະ ຮຽນຮູ້ພຶດຕິກໍາຂອງການໂຈມຕີຢູ່ຕະຫຼອດເວລາ ມີຖານຂໍ້ມູນຂະໜາດໃຫຍ່ (Big Data) ສໍາລັບເກັບ IP Address ຂອງ Attacker ທີ່ມີພຶດຕິກໍາສຸ່ມສ່ຽງເຂົ້າມາໂຈມຕີ ເຊັ່ນການໃຊ້ Tool Scanner , Botnet ທີ່ເຂົ້າມາ Brute force Username, Password ຫຼືສົ່ງ Command ຫຼື Pattern ການໂຈມຕີຕ່າງໆລວມທັງການໃຊ້ Public Exploit ຕ່າງໆໂຈມຕີເຂົ້າມາເຮົາຈະສາມາດບລັອກໄດ້ທັງໝົດກ່ອນທີ request ນັ້ນຈະເຂົ້າເຖິງເວັບໄຊ້ລູກຄ້າ

 

 

 

 

 

 

 

 

ຈາກຮູບພາບຂ້າງເທິງສະແດງໃຫ້ເຫັນວ່າເຮົາສາມາດກວດຈັບການ Brute Force Attack ທີ່ເຂົ້າມາໂຈມຕີເວັບໄຊ້ WordPress ລວມເຖິງໄຟລ Backdoor ທີ່ມີການສົ່ງຄ່າ Payload ມາທີ່ Network ຂອງເຮົາໄດ້ທັງໝົດ ຫຼັງຈາກທີ່ກວດພົບວ່າເຮົາຈະ Blacklist IP ຂອງຜູ້ທີ່ໂຈມຕີມາໄວ້ໃນ Big Data ເຮົດໃຫ້ IP ດັ່ງກ່າວບໍ່ສາມາດພະຍາຍາມເຂົ້າມາໃນ Network ຂອງທາງ Huk-Com ເພື່ອໂຈມຕີເວັບໄຊ້ອື່ນໆໄດ້ອີກເປັນຄັ້ງທີ 2

 

3 ລະບົບກວດຫາ Malware ແລະ Phishing

ທາງ Huk-Com ມີລະບົບ Scan Virus ທີ່ມີການອັບເດດ Signature ຂອງ Malware / Virus ເປັນປະຈໍາທຸກວັນໂດຍໃຊ້ Rules ທີ່ເປັນສາກົນ ແລະ ມີຄວາມຜິດພາດໜ້ອຍທີ່ສຸດທີ່ທົດລອງ ແລະ ເຝົ້າລະວັງມາຕະຫຼອດ ສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ ທີ່ນີ້

 

 

 

4) Support 24 ຊົ່ວໂມງດ້ວຍຫຼາຍຊ່ອງທາງມີ Call Center / Facebook / Line@ / Ticket

 

ພະນັກງານຂອງເຮົາມີຄວາມຊ່ຽວຊານທາງດ້ານ WordPress ທັງ Development ແລະ Security ມີປະສົບການມາຫຼາຍກວ່າ 5 ປີ ທີ່ຄ່ອຍຊ່ວຍຕອບຄໍາຖາມລູກຄ້າລວມທັງຊ່ວຍເຫຼືອໃນການແກ້ບັນຫາຕ່າງໆ ແລະ ຖ້າລູກຄ້າບໍ່ສາມາດແກ້ບັນຫາໄດ້ເອງເຮົາມີບໍລິການ Dev Support ໃຫ້ລູກຄ້າອີກທາງເລືອກໃນລາຄາຍຸຕິທໍາ

 

 

 

5) ລາຄາເລີ່ມຕົ້ນພຽງ 150, 000 ກີບ

 

 

 

ລຸກຄ້າສາມາດນໍາໃຊ້ Features ທັງໝົດນີ້ໄດ້ດ້ວຍລາຄາເລີ່ມຕົ້ນພຽງ 150, 000 ກີບຕໍ່ເດືອນໂດຍສາມາດເບິ່ງລາຍລະອຽດ Package ແລະ ສາມາດສັ່ງຊື້ຜ່ານລະບົບອັດຕະໂນມັດໄດ້ ທີ່ນີ້ ບໍ່ພໍໃຈຍິນດີສົ່ງເງິນຄືນເຕັມຈໍານວນພາຍໃນ 30 ວັນ

 

 

 

6) ມີບໍລິການເສີມສໍາລັບຜູ້ທີ່ເວັບໄຊ້ຕິດ Malware

ສໍາລັບຜູ້ທີ່ເວັບໄຊ້ຕິດໄວຣັດ ມັດແວ ແກ້ເທົ່າໃດກໍບໍ່ເຊົາ ທາງຮັກຄອມໂຮສຕິ້ງ ສາມາດແກ້ໄຂບັນຫາໃຫ້ໄດ້ໂດຍກາຣັນຕີ 100% ດ້ວຍລາຄາເລີ່ມຕົ້ນພຽງ 1,750,000 ກີບ ສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ WordPress Malware Removal