Service Level Agreement (SLA)

Service Level Agreement (SLA)

SLA ຄື ຂໍ້ຕົກລົງຂອງລະດັບການໃຫ້ບໍລິການຂອງທາງ Huk-Com Hosting ເຊິ່ງມີຢູ່ພາຍໃນ ແລະ ຕ່າງປະເທດໃນການບໍລິການ Colocation , Shared Hosting, WordPress Hosting , Virtual Private Server ເຊິ່ງ Huk-Com Hosting ໄດ້ມີ SLA ທັງໝົດ 3 ສ່ວນຄື Provisioning, Uptime ແລະ Support Response ດັ່ງນີ້ ໂດຍຈະນັບ SLA ເປັນລາຍປີສໍາລັບທຸກບໍລິການ ໂດຍຊໍາລະຄໍານວນເວລາຈະສາມາດຄໍານວນໄດ້ທີ່ https://uptime.is/99.9

 

1.) Provisioning Guarantee ຄື ການກາຣັນຕີໄລຍະເວລາທີ່ໃຊ້ໃນການຕິດຕັ້ງ ຫາກການຕິດຕັ້ງໃຊ້ໄລຍະເວລາເກີນທີ່ກໍານົດໄວ້ ທ່ານຈະໄດ້ຮັບຄ່າທົດແທນຕາມ SLA Credit ທັນທີ

 

Services Provisioning Time SLA Credit
Shared Hosting ພາຍໃນ 12 ຊົ່ວໂມງ 20%
Reseller Hosting ພາຍໃນ 12 ຊົ່ວໂມງ 20%
Virtual Private Server (VPS) ພາຍໃນ 24 ຊົ່ວໂມງ 20%
Dedicated Server 24-72 ຊົ່ວໂມງ 10%
Colocation Services ພາຍໃນ 12 ຊົ່ວໂມງ 10%

** ໄລຍະເວລາການຕິດຕັ້ງຈະເລີ່ມນັບຫຼັງຈາກທາງລູກຄ້າແຈ້ງຊໍາລະຄ່າບໍລິການຄົບຖ້ວນຖືກຕ້ອງ **

 

 

2.) Uptime Guarantee ຄືໄລຍະເວລາທີ່ເຄື່ອງເຮັດວຽກໄດ້ຢ່າງມີປະສິດທິພາບ

Uptime Guarantee SLA Credit
99.9% Guaranteed
99.5-99.9% 5%
99.0-99.5% 10%
Less than 99% 20%

ໝາຍເຫດ: SLA ບໍ່ປົກປ້ອງເຖິງການໂຈມຕີທາງໄຊເບີຕ່າງໆ ເຊັ່ນ Botnet, DDoS, DNS Amplification ຍົກເວັ້ນລູກຄ້າສັ່ງຊື້ DDOS Protection ເພີ່ມຈາກລະບົບ

 

3.) Response Guarantee ຄື ໄລຍະເວລາທີ່ໃຊ້ໃນການຕອບຄໍາຖາມຕ່າງໆ ໂດຍຈະເລີ່ມນັບຈາກ Business Hours

Response Guarantee SLA Credit
9 ຊົ່ວໂມງ Guaranteed
ຫຼາຍກວ່າ 12-24 ຊົ່ວໂມງ 5%
ຫຼາຍກວ່າ 24 ຊົ່ວໂມງ 10%
ຫຼາຍກວ່າ 48 ຊົ່ວໂມງ 20%

ໝາຍເຫດ: ເລີ່ມນັບໄລຍະເວລາຈາກການແຈ້ງບັນຫາເຂົ້າມາທາງ Ticket ເທົ່ານັ້ນ ສໍາລັບການແຈ້ງບັນຫາທາງໂທລະສັບ ຈະເລີ່ມນັບເວລາຫຼັງຈາກ Support ດໍາເນີນການ Create Ticket ໃຫ້

 

Response Guarantee Explain

Case 1: ແຈ້ງບັນຫາເຂົ້າມາເວລາ 10:00 (ສິບໂມງເຊົ້າ) ທາງ Huk-Com Hosting ຈະຕ້ອງຕອບພາຍໃນ 19:00 ນາທີ ຫາກໃຊ້ໄລຍະເວລາເກີນທີ່ລະບຸໄວ້ ລູກຄ້າຈະໄດ້ຮັບເງິນຄືນເປັນເປີເຊັນຂອງຄ່າບໍລິການທີ່ແຈ້ງເຂົ້າມາ

Case 2: ແຈ້ງບັນຫາເຂົ້າມາເວລາ 04:00 ນາທີ(ສີ່ໂມງເຊົ້າ) ຈະເລີ່ມນັບເວລາແຈ້ງຄື 04:00 ທາງ Huk-Com Hosting ຈະຕ້ອງຕອບພາຍໃນ 13:00 ນາທີ ຫາກໃຊ້ເວລາເກີນທີ່ກໍານົດໄວ້ ລູກຄ້າຈະໄດ້ຮັບເງິນຄືນເປັນເປີເຊັນຂອງຄ່າບໍລິການທີ່ແຈ້ງເຂົ້າມາ

Case 3: ລະບົບບໍ່ສາມາດນໍາໃຊ້ໄດ້ໂດຍລວມເວລາໃນ 1 ປີມີ Downtime 7 ຊົ່ວໂມງ ໃນສ່ວນນີ້ທາງ Huk-Com Hosting ບໍ່ຕ້ອງຮັບຜິດຊອບໃນສ່ວນຂອງ SLA ເພາະເວລາທີ່ Down ໄດ້ທັງໝົດໃນຮອບປີຄື 8:45 ຊົ່ວໂມງ 99.9%

Case 4: ລະບົບບໍ່ສາມາດນໍາໃຊ້ໄດ້ໂດຍລວມເວລາໃນ 1 ປີມີ Downtime 12 ຊົ່ວໂມງ ໃນສ່ວນນີ້ທາງ Huk-Com Hosting ຈະຕ້ອງແທນຄືນຄ່າເສຍຫາຍໃຫ້ 5% ເພາະ SLA ຈະເປັນຄ່າ 99.5%

 

** ຂໍ້ຕົກລົງທັງໝົດບໍ່ລວມກັບການແຈ້ງ MA ລະບົບໂດຍປົກກະຕິຈະແຈ້ງລ່ວງໜ້າຢ່າງໜ້ອຍ 24 ຊົ່ວໂມງ ແຕ່ຫາກມີເຫດສຸກເສີນເຊັ່ນ Hardware ເສຍຫາຍ ຫຼື ລະບົບ Network ຖືກໂຈມຕີຈະແຈ້ງລ່ວງໜ້າຢ່າງໜ້ອຍ 3-5 ຊົ່ວໂມງ ແລະ ບໍ່ລວມກໍລະນີທີ່ເວັບໄຊ້ທ່ານເຮັດວຽກເກີນຂີດຈໍາກັດຂອງການເຊົ່າບໍລິການເຊັ່ນ CPU , Memory , Disk ເຕັມ