ວິທີການຄວບຄຸມລະບົບ Cache ຂອງຮັກຄອມ

ວິທີການຄວບຄຸມລະບົບ Cache ຂອງຮັກຄອມ

ທາງ Huk-Com ໄດ້ມີການພັດທະນາລະບົບ Caching ຂອງທາງຝັ່ງ Web Server ຈຸດປະສົງເພື່ອໃຫ້ເວັບໄຊ້ທີ່ຢູ່ພາຍໃຕ້ Huk-Com Hositng ທີ່ມີປະສິດທິພາບສູງ ແລະ ເຮັດໃຫ້ສາມາດຮອງຮັບທຣາບຟິກໄດ້ຈໍານວນຫຼາຍ ເຊິ່ງຄ່າເລີ່ມຕົ້ນເຮົາຈະເປີດ Cache ໄວ້ເປັນ Default ສໍາລັບລຸກຄ້າທີ່ມີບັນຫາລະຫວ່າງການ Development ຫຼືຕ້ອງການຈະທົດລອງໂດຍທີ່ບໍ່ຕ້ອງຜ່ານ Cache ສາມາດເຮັດໄດ້ດັ່ງນີ້

 

1. ສໍາລັບເວັບໄຊ້ທີ່ເປັນ WordPress

 

 

ໃນສ່ວນຂອງ WordPress ສາມາດຕິດຕັ້ງ Plugin RCache ເພື່ອຄວບຄຸມການເຮັດວຽກຂອງ Cache ໃນເຊີບເວີໄດ້ທັນທີ ສາມາດເບິ່ງໄດ້ທີ່ ຂັ້ນຕອນການຕິດຕັ້ງ ແລະ ວິທີການນໍາໃຊ້ RCache

 

 

2. ສໍາລັບເວັບໄຊ້ທົ່ວໄປທີ່ບໍ່ຕ້ອງການໃຫ້ມີການ Cache

 

ລູກຄ້າສາມາດເພີ່ມ Code ດ້ານລຸ່ມໄວ້ວັກທໍາອິດຂອງ .htaccess ໄດ້ເລີຍ

Header add RCACHE "0"

 

 

3. ສໍາລັບລູກຄ້າທີ່ພັດທະນາເວັບໄຊ້ເອງ ແລະ ຕ້ອງການນໍາໃຊ້ Cache ໃນ Server ເພື່ອໃຫ້ເວັບໄຊ້ໄດ້ປະສິດທິພາບສູງທີ່ສຸດ

 

ໃນສ່ວນນີ້ຈະເໝາະກັບ Web Developer ທີ່ພັດທະນາເວັບໄຊ້ເອງທັງລະບົບ ຫຼື ຂຽນຈາກ PHP Framework ຕ່າງໆກໍສາມາດນໍາໃຊ້ໄດ້ທັງໝົດໂດຍ Concept ຈະແຍກເປັນຫົວຂໍ້ຕາມນີ້

 

– Content ທີ່ສາມາດ Cache ໄດ້

ໃນສ່ວນຂອງໜ້າທີ່ສາມາດແຄຊໄດ້ຄື Content ທີ່ເປັນ static content ຫຼື ພວກຂໍ້ມູນຂ່າວສານໃນໜ໊າເວັບໄຊ້ທີ່ບໍ່ໄດ້ມີການອັບເດດຕະຫຼອດ ຫຼື ຖ້ເປັນເວັບໄຊ້ຂ່າວສານທົ່ວໄປກໍສາມາດ Cache ໄດ້ທັງໝົດ

 

– Content ທີ່ບໍ່ສາມາດ Cache ໄດ້

ສ່ວນໃຫຍ່ທີ່ພົບເຫັນຄືລະບົບສະມາຊິກ ທີ່ມີການ Login , ຜູ້ດູແລລະບົບ, ແອັດມິນທີ່ຄອຍອັບເດດຂໍ້ມູນຂ່າວສານລວມເຖິງເວັບໄຊ້ E Commerce ເຊັ່ນເມື່ອມີການຈອງສິນຄ້າໃສ່ກະຕ່າກໍອາດຈະບໍ່ຕ້ອງ Cache ຜູ້ນໍາໃຊ້ເປັນຕົ້ນ ໃນສ່ວນນີ້ກໍຕ້ອງ Design ໃຫ້ເໝາະສົມກັບວຽກຂອງເຮົາ ໂດຍເຮົາສາມາດບອກ Server ຂອງ Huk-Com ໄດ້ວ່າບໍ່ໃຫ້ Cache ໂດຍການສົ່ງ Cookie ຊື່ RCACHE ແລະ ກໍານົດຄ່າເປັນ 0 ເຂົ້າມາເພື່ອໃຫ້ເຊີບເວີຮັບຮູ້

ຍົກຕົວຢ່າງການສ້າງ Cookie ການສ້າງ ແລະ ລົບ Cookie

if(isLogin()){
setcookie("RCACHE","0");
}

if (isLogout()){
unset($_COOKIE['RCACHE']);
}

 

 

ຂັ້ນຕອນການທົດລອງວ່າເວັບໄຊ້ຜ່ານ Cache ຂອງ Huk-Com ຫຼືບໍ່

 

ສາມາດທົດລອງໂດຍ Debug ຈາກ header ຂອງເຊີບເວີໄດ້ດ້ວຍຄໍາສັ່ງ curl

curl -I https://help.ruk-com.in.th

 

ສາມາດກວດໄດ້ຈາກ Header ຊື່ x-cache-status

MISS = ມີການນໍາໃຊ້ Cache ຂອງເຊີບເວີ ແຕ່ຍັງບໍ່ມີການຮຽກຄັ້ງທໍາອິດເພື່ອໃຫ້ເກັບ Cache

HIT = ມີການດຶງ Cache ຈາກ Server

BYPASS = ບໍ່ນໍາໃຊ້ Cache ຈາກເຊີບເວີ

 

ຂໍ້ມູນເພີ່ມເຕີມ

  • ສາມາດນໍາໃຊ້ໄດ້ສະເພາະ WordPress Hosting ແລະ VPS Server ຂອງຮັກຄອມເທົ່ານັ້ນ
  • ທາງ Huk-Com Hosting ມີການເກັບ Cache ແຍກອຸປະກອນໄວ້ທັງໝົດເຊັ່ນເຂົ້າຈາກ IPhone, IPad , Android, Mobile ອື່ນໆ ຫຼື ເຂົ້າຜ່ານ Computer Laptop ເພື່ອປ້ອງກັນການສະແດງຂໍ້ມູນທີ່ຜິດປົກກະຕິ
  • ຄ່າປົກກະຕິຂອງ Cache ຄື 15 ນາທີ ສາມາດປັບເພີ່ມຫຼຸດໄດ້ສະເພາະລູກຄ້າ VPS ເທົ່ານັ້ນ
  • ໃນສ່ວນຂອງການລົບ Cache ເທື່ອລະ URL ທາງ Huk-Com ກໍາລັງພັດທະນາລະບົບ API ສໍາລັບ Web Developper ຈະເປີດເຜີຍຂໍ້ມູນໃຫ້ຊາບອີກຄັ້ງພາຍຫຼັງ