ເລີ່ມຕົ້ນນໍາໃຊ້ VPS huk-com

ເລີ່ມຕົ້ນນໍາໃຊ້ VPS huk-com

ສໍາລັບການນໍາໃຊ້ VPS ໃນລະດັບເລີ່ມຕົ້ນຈະຕ່າງຈາກ sharehost ເພາະວ່າ VPS ຈະໄດ້ສິດເປັນ admin ຂອງລະບົບດັ່ງນັ້ນເຮົາຈໍາເປັນຕ້ອງສ້າງ package ຕ່າງໆເພື່ອກໍານົດ quota ການນໍາໃຊ້ ແລະ ສ້າງ user ໃຫ້ນໍາໃຊ້ໄດ້ພາຍໃຕ້ quota ທີ່ເຮົາກໍານົດຂຶ້ນ

1.ເມື່ອ login ເຂົ້າສູ່ລະບົບມາແລ້ວໃຫ້ໄປທີ່ເມນູ reseller level ເພື່ອສ້າງ quota ການນໍາໃຊ້ຂອງແຕ່ລະ user ໂດຍສາມາດແບ່ງເປັນຫຼາຍໆ quota ໄດ້

 

 

 

2.ຈາກນັ້ນໃຫ້ເລືອກ add package ເພື່ອກໍານົດ quota ການນໍາໃຊ້ຕ່າງໆ

 

 

3.ໂດຍ quota ຈະມີລາຍລະອຽດດັ່ງນີ້
ແນະນໍາໃຫ້ຕັ້ງຄ່າຕາມຮູບພາບນີ້ ຫຼື ຖ້າກຕ້ອງການກໍານົດ quota ຕ່າງໆກໍສາມາດກໍານົດໄດ້ໃນສ່ວນນີ້ ແລະ ຕັ້ງຊື່ package ໄດ້ເລີຍເຊິ່ງສາມາດສ້າງໄດ້ຫຼາຍກວ່າ 1 package ຕັ້ງຄ່າຮຽບຮ້ອຍແລ້ວກົດ save ໄດ້ເລີຍ
**ใໃນສ່ວນຂອງ ssh access ບໍ່ແນະນໍາໃຫ້ເປີດນໍາໃຊ້ເພາະວ່າບາງຄັ້ງຖ້າຫາກໃຊ້ secure shell ເຂົ້າໄປ ອາດຈະຫຼົງລົບໄຟລຈາກລະບົບອອກໄປເຮັດໃຫ້ domain ບໍ່ສາມາດນໍາໃຊ້ໄດ້

 

 

 

 

4. Add new User ແລະກໍານົດ package ໃຫ້ user ທີ່ສ້າງຂຶ້ນໄດ້ນໍາໃຊ້

 

 

5.ຕັ້ງຊື່ username password ໃນການ login ເຂົ້ານໍາໃຊ້ໃນລະດັບ user
domain ຈະໃຊ້ເປັນ domain ຫຼັກຂອງ user ທີ່ໄດ້ສ້າງຂຶ້ນ
Use User Package ຄືການກໍານົດໃຫ້ user ນໍາໃຊ້ quota ທີ່ກໍານົດເອົາໄວ້ໃນ package ທີ່ເຮົາໄດ້ສ້າງຂຶ້ນ

 

6.ຫຼັງຈາກໄດ້ສ້າງ user ຮຽບຮ້ອຍແລ້ວ ເຮົາສາມາດເບິ່ງລາຍລະອຽດຕ່າງໆຂອງ user ທີ່ເຮົາໄດ້ສ້າງຂຶ້ນ ແລະ ປະລິມານການນໍາໃຊ້ຕ່າງໆຂອງລະບົບໄດ້ຈາກເມນູ Admin Level -> Show all users

 

 

7.ຫາກຕ້ອງການ login ເປັນ user ຫຼືຕ້ອງການ modify quota ຕ່າງໆໃຫ້ເລືອກຕາມ menu ໄດ້ເລີຍ ເຊິ່ງ menu ຕ່າງໆມີດັ່ງນີ້
Login as .. ຄືການ login ເປັນ user ນັ້ນໆ
Modify User ຄືການເຂົ້າໄປແກ້ໄຂ quota ຕ່າງໆຂອງ package ທີ່ນໍາໃຊ້ຢູ່ ໃນກໍລະນີທີ່ຕ້ອງການ customize ແຕ່ຈະບໍ່ກະທົບ package ຫຼັກທີ່ໄດ້ສ້າງຂຶ້ນ
Suspend ຄືການລະງັບການນໍາໃຊ້ user ເຮັດໃຫ້ domain ທີ່ຢູ່ພາຍໃຕ້ user ບໍ່ສາມາດເຂົ້າເຖິງໄດ້
Unsuspend ຄືການປົດການລະງັບການນໍາໃຊ້ຂອງ user

 

**ແນະນໍາໃຫ້ແບ່ງ 1 user ຕໍ່ 1 domain ເພື່ອຫຼຸດບັນຫາໃນກໍລະນີທີ່ domain ໃນ user ນັ້ນໆຕິດໄວຮັດ ຫຼື ມັດແວ ຈະເຮັດໃຫ້ມັດແວບໍ່ສາມາດຝັງໄຟລຂ້າມ user ໄດ້ ເນື່ອງຈາກການກໍານົດສິດໃນການເຂົ້າເຖິງຂອງແຕ່ລະໂດເມນຢ່າງຊັດເຈນ