ຕັ້ງຄ່າ mx record ເພື່ອນໍາໃຊ້ Google G Suite

ຕັ້ງຄ່າ mx record ເພື່ອນໍາໃຊ້ Google G Suite

ສໍາລັບການຕັ້ງຄ່າ mx record ເພື່ອໃຫ້ສາມາດນໍາໃຊ້ຮ່ວມກັບ google g suite ໃຫ້ຕັ້ງຄ່າດັ່ງນີ້

1.ໃຫ້ login ເຂົ້າສູ່ລະບົບ directadmin ຈາກນັ້ນໄປທີ່ເມນູ DNS Management

 

2.ໃຫ້ຕັ້ງຄ່າດັ່ງຕໍ່ໄປນີ້ໂດຍລົບ mx record ເກົ່າອອກໄປ ແລະ ລົບ a record mail , pop , smtp ອອກພ້ອມເພື່ອບໍ່ໃຫ້ google ເຂົ້າມາ lookup ແລ້ວໄດ້ IP ຂອງທາງ hosting ຈະເຮັດໃຫ້ການເຊື່ອມຕໍ່ email google g suite ຜິດພາດ
ເລືອກແລ້ວກົດ Delete Selected ໄດ້ເລີຍ

 

3.ເອົາ record ທີ່ google ໃຫ້ມາ ໄປໃສ່ໃນຊ່ອງ mx record

Email Google

@ MX 10 ASPMX.L.GOOGLE.COM.
@ MX 20 ALT1.ASPMX.L.GOOGLE.COM.
@ MX 20 ALT2.ASPMX.L.GOOGLE.COM.
@ MX 30 ALT3.ASPMX.L.GOOGLE.COM.
@ MX 30 ALT4.ASPMX.L.GOOGLE.COM.

ເພີ່ມຕາມລໍາດັບ ໂດຍຊ່ອງດ້ານໜ້າໃຫ້ໃສ່ຊື່ domain ຂອງເຮົາໂດຍ default ຈະໃສ່ມາໃຫ້ແລ້ວບໍ່ຕ້ອງແກ້ໄຂໃດໆ

ຖ້າຫາກເພີ່ມຮຽບຮ້ອຍແລ້ວຈະໄດ້ດັ່ງນີ້

 

ເປັນການຕັ້ງຄ່າຮຽບຮ້ອຍ ຖ້າຫາກຕ້ອງການກວດສອບວ່າ dns ທີ່ server ນັ້ນຸືກແກ້ໄຂແລ້ວຫຼືຍັງ ໃຫ້ເຂົ້າກວດສອບໄດ້ຈາກເວັບໄຊ້ນີ້

intodns.com ຈາກນັ້ນໃຫ້ເບິ່ງໃນສ່ວນຂອງ mx record ຈະຕ້ອງມີ mx ຂອງ google ສະແດງຂຶ້ນມາ