ວິທີການຕັ້ງຄ່າອີເມວ @Yourdomain.com ໃຫ້ສົ່ງ ແລະ ຮັບຜ່ານGmail

ວິທີການຕັ້ງຄ່າອີເມວ @Yourdomain.com ໃຫ້ສົ່ງ ແລະ ຮັບຜ່ານGmail

1. ເປີດໄປໜ້າ inbox ຂອງ Gmail ໃຫ້ຄລິກ Settings (ການຕັ້ງຄ່າ)

2. ຈາກນັ້ນເລືອກ Accounts and Import (ບັນຊີ ແລະ ການນໍາເຂົ້າ) ແລະ ໃຫ້ໄປທີ່ເມນູ Send mail as (ສົ່ງອີເມວໃນຊື່) ແລະ ຄລິກ Add another email address you owe (ເພີ່ມທີ່ຢູ່ອີເມວອື່ນອີກ)

3. ໃຫ້ ກໍານົດຊື່ ແລະ ລະບຸອີເມວທີ່ຕ້ອງການ ໃນຫ້ອງທີ່ ແລ້ວຄລິກ Next Step (ຂັ້ນຕອນຕໍ່ໄປ) ໄດ້ເລີຍ

4. ກໍານົດຂໍ້ມູນສໍາລັບ Email Alias ທີ່ຈະນໍາມາໃຊ້ສົ່ງຜ່ານ Gmail

  • ເຊີບເວ SMTP: ລະບຸ SMTP ຂອງ Mail Server ເຊັ່ນ mail.domain.com
  • Port ພອດ: ກໍານົດ 587 ຫຼື 465
  • Username ຊື່ຜູ້ໃຊ້: ລະບຸອີເມວທີ່ຕ້ອງການ
  • Password ລະຫັດຜ່ານ: ລະບຸລະຫັດຜ່ານຂອງອີເມວ
  • ເລືອກ Secured connection using SSL (ການເຊື່ອມຕໍ່ທີ່ຮັກສາຄວາມປອດໄພດ້ວຍ SSL)
  • ຫຼັງຈາກຕັ້ງຄ່າແລ້ວໃຫ້ຄລິກAdd Account ( ເພີ່ມບັນຊີ)

5. ຈາກນັ້ນຄລິກ ເປີດໜ້າຕ່າງ ແລະເຂົ້າໄປກວດສອບທີ່Email: [email protected]ເພື່ອກວດສອບທີ່ Gmail ໄດ້ສົ່ງຂໍ້ຄວາມຢືນຢັນໃຫ້ໄປແລ້ວ ຈາກນັ້ນໃຫ້ຄລິກ Link ທີ່ຢູ່ໃນຂໍ້ຄວາມເພື່ອຢືນຢັນ

6. ຫຼັງຈາກຢືນຢັນຮຽບຮ້ອຍແລ້ວ ໃຫ້ກັບມາທີ່ໜ້າ Accounts and Import ແລ້ວໃນສ່ວນຂອງ Sent mail as: ໃຫ້ຄລິກ make default ພາຍໃຕ້ບັນຊີອີເມວ Alias ທີ່ໄດ້ເພີ່ມໄວ້ກ່ອນໜ້ານີ້

ຫຼັງຈາກໄດ້ຕັ້ງຄ່າໃຫ້ສົ່ງອອກໂດຍຜ່ານ Gmail ຕໍ່ໄປຈະເປັນຝັ່ງຂາຮັບ ເພື່ອຮັບຈົດໝາຍທີ່ສົ່ງເຂົ້າມາ

Warning : ໃນກໍລະນີ Package WordPress Hosting ແລະ Web Hosting ຈະບໍ່ສາມາດຕັ້ງຄ່າ Email ຂາຮັບ (POP3) ໄດ້
ເນື່ອງຈາກເປັນ Package Sharehost ເຊິ່ງຕິດໃນເລື່ອງຂອງ Security ຂອງ Server

Warning : ຖ້າຫາກເປັນ Package VPS ສາມາດຕັ້ງຄ່າ Email ຂາຮັບ (POP3) ຕາມຂັ້ນຕອນຖັດໄປໄດ້ເລີຍ

7. ການຕັ້ງຂາເຂົ້າຂອງ Email ໃຫ້ໄປທີ່ເມນູ Accounts and Import (ບັນຊີ ແລະ ການນໍາເຂົ້າ) ທີ່ Gmail ແລະຄລິກ ເພີ່ມບັນຊີອີເມວ ພາຍໃຕ້ຫົວຂໍ້ Check mail from other accounts (ເບິ່ງອີເມວຈາກບັນຊີອື່ນ):

8. ໃຫ້ໃສ່ Email address (ທີ່ຢູ່ອີເມວ): ຕາມທີ່ເພີ່ມໄວ້ແລ້ວຄລິກ Next (ຖັດໄປ)

9. ເລືອກ Import emails from my other account (ນໍາເຂົ້າອີເມວຈາກບັນຊີອື່ນຂອງຂ້ອຍ) (POP3) ແລ້ວຄລິກ Next (ຖັດໄປ)

10. ກໍານົດຂໍ້ມູນຂອງ Server

  • Username (ຊື່ຜູ້ໃຊ້): ໃສ່ອີເມວ [email protected]
  • Password (ລະຫັດຜ່ານ): ໃສ່ລະຫັດຜ່ານເມວ
  • ເຊີບເວີ POP: ໃສ່ pop server ເຊັ່ນ mail.domain.com
  • Port (ພອດ): ເລືອກ 110
  • ເລືອກ Leave a copy of retrieved message on the server (เເກັບສໍາເນົາຂໍ້ຄວາມທີ່ດຶງອອກມາໄວ້ຢູ່ເຊີບເວີ) – ຫົວຂໍ້ນີ້ຈະເປັນການກໍານົດວ່າຈະເກັບເມວທີ່ເຂົ້າມາໄວ້ໃນ Server ຕົ້ນທາງບໍ ຫຼື ຈະລົບໃຫ້ທັນທີເມື່ອມີການດຶງມາໄວ້ທີ່ Gmail
  • Label incoming messages (ຕິດປ້າຍກໍາກັບຂໍ້ຄວາມທີ່ເຂົ້າມາ) – ຫົວຂໍ້ນີ້ຈະເປັນການກໍານົດໃຫ້ສະແດງປ້າຍກໍາກັບວ່າເມວສະບັບນີ້ສົ່ງມາເຖິງ Email Alias ເພື່ອງ່າຍໃນການເປີດອ່ານ ຫຼື ຈະບໍ່ເລືອກກໍຕາມສະດວກ.
  • ຄລິກ Add Account (ເພີ່ມບັນຊີ)

11. ຫຼັງຈາກຕັ້ງຄ່າຮຽບຮ້ອຍແລ້ວໃຫ້ໄປທີ່ໜ້າ inbox ຂອງ Gmail ອີເມວຈາກ [email protected] ຈະທະຍອຍກັນເຂົ້າມາໃນ inbox ຫຼັງຈາກນີ້ການຮັບສົ່ງເມວກໍສາມາດທີ່ຈະເຮັດຜ່ານ Gmail ໄດ້ເລີຍໂດຍທີ່ບໍ່ຕ້ອງໄປເປີດໃນ Webmail ຂອງທາງ Hosting