ວິທີກວດສອບ nameserver ຂອງ domain

ວິທີກວດສອບ nameserver ຂອງ domain

ວິທີການກວດສອບ nameserver ຂອງ domain ສາມາດກວດສອບໄດ້ຈາກເວັບໄຊ້ນີ້ intodns.com

 

ມັກມີລູກຄ້າຖາມເຂົ້າມາວ່າຕະຫຼອດວ່າເປັນຫຍັງ update nameserver ໄປແລ້ວ ແຕ່ຍັງເປີດເວັບໄຊ້ບໍ່ໄດ້ ເຊິ່ງການ update nameserver ຈໍາເປັນຕ້ອງລໍຖ້າການ update ຈາກ ISP internet ອີກ ຈຶ່ງຕ້ອງໃຊ້ເວລາດົນ ເຊິ່ງແຕ່ລະຜູ້ໃຫ້ບໍລິການຈະໃຊ້ເວລາແຕກຕ່າງກັນໄປ
ດັ່ງນັ້ນ ວິທີການກວດເບິ່ງວ່າຄອມພິວເຕີເຮົາໄດ້ຮັບການ update ຫຼືຍັງ ໃຫ້ກວດດ້ວຍວິທີນີ້

Mac os ໃຫ້ ping ຊື່ domain ຖ້າຫາກໄດ້ IP ໃນກອບສີແດງກັບມາສະແດງວ່າສາມາດນໍາໃຊ້ໄດ້ແລ້ວ
ເຊິ່ງ IP ດ້ານເທິງຄື 103.86.51.212

 

ສໍາລັບ windows. ໃຫ້ໃຊ້ຄໍາສັ່ງດັ່ງນີ້ ipconfig /flushdns

 

ຖ້າຫາກຍັງ ping ແລ້ວໄດ້ IP ອື່ນ ທີ່ບໍ່ກົງກັນກັບໃນເວັບ intodns.com ສະແດງວ່າ DNS ຢູ່ເຄື່ອງຂອງເຮົາຍັງບໍ່ໄດ້ຮັບການອັບເດດ

 

ອີກ 1 ວິທີຄືການກວດສອບວ່າ dns ຂອງເຮົາອບເດດທົ່ວໂລກແລ້ວຫຼືຍັງ ໃຫ້ກວດສອບໄດ້ຈາກເວັບໄຊ້ນີ້
https://dnschecker.org