ການນໍາໃຊ້ WordPress Dashboard ແລະ ປັບແຕ່ງຄ່າພີື້ນຖານ

ການນໍາໃຊ້ WordPress Dashboard ແລະ ປັບແຕ່ງຄ່າພີື້ນຖານ

Dashboard ເຮັດໜ້າທີ່ເປັນສູນກາງຂອງການເຮັດວຽກໃນ WordPress ບໍ່ວ່າຈະເຮັດຫຍັງກໍຕ້ອງມາທີ່ໜ້າ Dashboard ນີ້ກ່ອນສະເໝີ ເພາະໜ້ານີ້ຈະເປັນໜ້າຮວບຮວມເມນູ ຫຼື ແຕ່ລະສວ່ນ ທີ່ຈະພາເຮົາໄປຈັດການກັບພາກສ່ວນຕ່າງໆພາຍໃນເວັບໄຊ້

Menu Bar

1.My Blog ເປັນຊື່ເວັບໄຊ້ຂອງເຮົາ ຖ້າຄລິກທີ່ເມນູນີ້ຈະເປັນການເປີດໄປຍັງໜ້າເວັບໄຊ້ຂອງເຮົາ ຖ້າເລື່ອນເມົ້າໄປທີ່ຊື່ເວັບໄຊ້ ຈະມີເມນູຍ່ອຍປະກົດອອກມາຄື Visit Site ຖ້າຄລິກທີ່ເມນູນີ້ກໍຈະໄປທີ່ໜ້າເວັບຂອງເຮົາເຊັ່ນດຽວກັນ

2.ເມື່ອ click ທີ່ icon ໃນ menu bar ນີ້ຈະພາໄປທີ່ໜ້າ WordPress Updates ຈະເປັນໜ້າທີ່ສະແດງການ update ທັງໝົດພາຍໃນເວັບໄຊ້ນີ້

3.Comment ບ່ອນນີ້ເປັນສ່ວນທີ່ສະແດງຈໍານວນຄອມເມັ້ນ ທີ່ມີຄົນມາສະແດງຄວາມຄິດເຫັນໃນເວັບໄຊ້ຂອງເຮົາດ້ວຍຕົວເລກທີ່ປະກົດຄືຈໍານວນຄອມເມັ້ນ ຖ້າຄລິກບ່ອນນີ້ຈະເຂົ້າສູ້ໜ້າຈັດການຄອມເມັ້ນທັນທີ

4.New ເປັນເມນູທີ່ໃຫ້ເຮົາເຂົ້າໄປຂຽນບົດຄວາມໃໝ່ ເພີ່ມໄຟສື່ເຂົ້າມາໃຊ້ງານ ສ້າງເພຈໃໝ່ ຫຼື ເພີ່ມຜູ້ໃຊ້ໃໝ່ໄດ້ ຖ້າເຮົາເອົາເມົ້າໄປຊີ້ຈະມີເມນູຍ່ອຍປະກົດອອກມາ ດັ່ງນີ້ Post, Media, Page, User

5.Admin ເປັນເມນູທີ່ໃຫ້ເຮົາເຂົ້າໄປເບິ່ງລາຍລະອຽດໂປຣໄຟຂອງເຮົາເອງ ແກ້ໄຂໂປຣໄຟ ຫຼື ອອກຈາກລະບົບ ຖ້າເຮົາເອົາເມົ້າໄປຊີ້ຈະມີເມນູຍ່ອຍປະກົດອອກມາດັ່ງນີ້ Admin (ອາດຈະເປັນຄໍາສັບອື່ນໆຕາມທີ່ເຮົາຕັ້ງ) ຄືຊື່ຂອງຜູ້ໃຊ້ນັ້ນເອງ, Edit My Profile, Log Out

ການຕັ້ງຄ່າ Sidebar

1.Home ຄືໜ້າ Dashboard ຂອງເຮົານັ້ນເອງ

2.Updates ຖ້າຄລິກບ່ອນນີ້ຈະເຂົ້າສູ່ໜ້າສະແດງລາຍການອັບເດດ ຖ້າມີລາຍການອັບເດດໃໝ່ໆລະບົບຈະສະແດງໃຫ້ເຮົາເຫັນ ສາມາດຄລິກເພື່ອອັບເດດໄດ້ທັນທີ

3.Post ສ່ວນນີ່ສໍາລັບຈັດການສ່ວນຕ່າງໆ ເຊັ່ນ: ເບິ່ງບົດຄວາມທັງໝົດທີ່ມີ, ຂຽນບົດຄວາມໃໝ່, ຈັດການກັບໝວດໝູ່, ຈັດານກັບແທັກ

4.Media ສໍາລັບຈັດການກັບໄຟສື່ຕ່າງໆເຊັ່ນ: ເບິ່ງໄຟສື່, ເພີ່ມໄຟສື່ໃໝ່ເຂົ້າມານໍາໃຊ້

5.Pages ສໍາລັບຈັດການກັບເພຈເຊັ່ນ: ເບິ່ງເພຂທັງໝົດ, ສ້າງເພຈໃໝ່

6.Comments ສໍາລັບຈັດການກັບຄອມເມັ້ນທີ່ມີໃນລະບົບ

7.Appearance ສໍາລັບຈັດການກັບສ່ວນສະແດງຜົນດປັນຫຼັກ ໂດຍຈະມີເມນູຍ່ອຍດັ່ງນີ້: Themes, Customize, Widgets, Menus, Header, Background, Install Plugins, Theme Editor

8.Plugins ສໍາລັບຈັດການກັບປລັກອິນເຊັ່ນ: ປລັກອິນທີ່ເຄີຍຕິດຕັ້ງໄວ້, ຕິດຕັ້ງປລັກອິນໃໝ່, ແກ້ໄຂປລັກອິນ

9.Users ສໍາລັບຈັດການຜູ້ໃຊ້ເຊັ່ນ: ເບິ່ງຜູ້ໃຊ້ທັງໝົດ, ເພີ່ມຜູ້ໃຊ້ໃໝ່, ເບິ່ງໂປຣໄຟຂອງຕົວເອງ

10.Tools ສູນລວມເຄື່ອງມືຕ່າງໆທີ່ WordPress ກະກຽມໄວ້ໃຫ້ເຮົານໍາໃຊ້

11.Settings ສູນລວມການຕັ້ງຄ່າຕ່າງໆເຊັ່ນ: ການຕັ້ງຄ່າທົ່ວໄປ, ການຂຽນບົດຄວາມ, ການສະແດງຜົນ, ລິ້ງຖາວອນ, ຄວາມຄິດເຫັນ, ໄຟສື່

12.Collapse menu ສໍາລັບຫຍໍ້/ຂະຫຍາຍ ເມນູ

Note : ຕ້ອງຕິດຕັ້ງປລັກອິນ Classic Editor ກ່ອນ

WordPress ເວີຊັ່ນ 5.0 ມີການປ່ຽນແປງທີ່ສໍາຄັນຄືປ່ຽນ Editor (ເຄື່ອງມືສໍາລັບການຂຽນຂໍ້ມູນ) ຈາກເວີຊັ່ນເກົ່າທີ່ເປັນ Classic Editor ມາເປັນ Gutenberg ເຊິ່ງເຮັດໃຫ້ການນໍາໃຊ້ປ່ຽນໄປທັງໝົດ ແນະນໍາໃຫ້ລົງປລັກອິນ Classic editor ກ່ອນ

ວິທີການຕິດຕັ້ງ Plugin

  1. Plugin > 2. Add New > 3.ຄົ້ນຫາປລັກອິນຊື່ Classic Editor > 4. ຄລິກ Install ແລະ Activate ເປີດນໍາໃຊ້ປລັກອິນໃຫ້ຮຽບຮ້ອຍແລ້ວ

Title