ໃນ WordPress ຈະມີເມນູສ້າງເນື້ອຫາຫຼັກຢູ່ 2 ຢ່າງຄື Page (ໜ້າ) ແລະ Post (ບົດຄວາມ) ທັງສອງຢ່າງນີ້ຄືສິ່ງທີ່ສ້າງຂຶ້ນມາເພື່ອມຫ້ເວັບໄຊ້ສະແດງຜົນທີ່ເຮົາຕ້ອງການ Post ກັບ Page ນັ້ນແຕກຕ່າງກັນຫຼາຍ
2.ການສ້າງ post
post ຄືໜ້າຂໍ້ມູນທີ່ຕ້ອງການແບ່ງເນື້ອຫາຕາມ category (ໝວດໝູ່) ເຊິ່ງເປັນຈຸດທີ່ເຮັດໃຫ້ post ມີຄວາມແຕກຕ່າງຈາກ page
ດັ່ງນັ້ນ ກ່ອນທີ່ເຮົາຈະເລີ່ມຕົ້ນຂຽນ post ຕ້ອງວາງແຜນສ້າງ category ກ່ອນວ່າເວັບເຮົາຈະແບ່ງໝວດໝູ່ເປັນປະເພດໃດແດ່
ເຊັ່ນ ເວັບເຮົາຂາຍເສື້ອຜ້າ ອາດຈະແບ່ງປະເພດໝວດໝູ່ໄດ້ດັ່ງນີ້
- ຣີວິວ
- ຂ່າວສານ
- ແຟຊັ່ນ ( ການແຕ່ງຕົວ )
- ໄລສະໄຕ ( ການໃຊ້ຊີວິດ )
ການສ້າງ Category
ໃຫ້ເຮົາໄປທີ່ post > ຄລິກ Categories

ເມື່ອໃສ່ຂໍ້ມູນສໍາເລັດ ຄລິກ Add New Category ໃຫ້ຮຽບຮ້ອຍ
ຕົວຢ່າງການສ້າງໝວດໝູ່

ວິທີການສ້າງ Post
ໄປທີ່ post > add new ຈາກນັ້ນໃສ່ເນື້ອຫາຂອງບົດຄວາມລົງໄປ

ໃນທຸກໆ Post ຕ້ອງມີ 4 ສິ່ງນິີ້ຄື
1.ຊື່ເລື່ອງ
2.Categories (ໝວດໝູ່)
3.ເນື້ອໃນ
4.Featured image (ຮູບໜ້າປົກ)
ແລະໃນ 1 Post ສາມາດຢູ່ຫຼາຍ Categories ໄດ້