ການເປີດນໍາໃຊ້ free SSL ຈາກ (Let’s Encrypt) ເວີຊັ່ນເກົ່າ

ການເປີດນໍາໃຊ້ free SSL ຈາກ (Let’s Encrypt) ເວີຊັ່ນເກົ່າ

free-ssl-certificate

 

ປີ 2015 ເປັນປີສໍາຄັນຂອງຄວາມປອດໄພເວັບ ໂດຍສະເພາະໂຄງການ Let’s Encrypt ທີ່ເປີດເວັບໄຊ້ທຸກເວັບໃນໂລກສາມາດເຂົ້າລະຫັດ TLS ໄດ້ຟຣີໂດຍບໍ່ຕ້ອງມີຄ່າໃຊ້ຈ່າຍເພີ່ມເຕີມ ເປັນຈຸດເລີ່ມຕົ້ນວ່າໃນອະນາຄົດເຮົາອາດຈະຖືວ່າເວັບທຸກເວັບຕ້ອງເປັນ HTTPS ສະເໝີ ແລະໃນຕອນນີ້ທາງ Huk-Com Hostings ໄດ້ເລັງເຫັນເຖິງຄວາມສໍາຄັນໃນເລື່ອງຄວາມປອດໄພຂອງການຮັບສົ່ງຂໍ້ມູນ ຈຶ່ງເພີ່ມລະບົບການຂໍນໍາໃຊ້ SSL ຟຣີໂດຍສາມາດຈັດການໄດ້ດ້ວຍຕົນເອງມີຂັ້ນຕອນດັ່ງນີ້ ເຂົ້າທີ່ Domain Setup ແລະເປີດນໍາໃຊ້ SSL ໃຫ້ກັບ Domain ຫຼັງຈາກນັ້ນໃຫ້ຕັ້ງ Path ສໍາລັບ SSL ວ່າຈະໃຫ້ຮຽກໃຊ້ public_html ຫຼື private_html

 

ກ່ອນຈະດໍາເນີນການຂໍ SSL ຕ້ອງກວດໃຫ້ແນ່ໃຈວ່າ DNS ຊີ້ມາທີ່ເຊີບເວີທີ່ຕ້ອງການຂໍ SSL ຖືກຕ້ອງແລ້ວ ບໍ່ດັ່ງນັ້ນ Verify ບໍ່ຜ່ານ

 

Screen Shot 2559-04-28 at 11.09.00 PM

 

ໃຫ້ຕິກຊ່ອງ Secure SSL ແລະກໍານົດ Path ເລີ່ມຕົ້ນວ່າຈະໃຫ້ເວັບທີ່ເຂົ້າດ້ວຍ https ຮຽກທີ່ folder ໃດ ໃນທີ່ນີ້ເຮົາແຍກໄປໄວ້ທີ່ private_html ແຕ່ຖ້າໃຜຢາກໃຫ້ http ກັບ https ນໍາໃຊ້ folder ລວມກັນກໍໃຫ້ເລືອກເປັນ Use a symbolic link .. ແທນ

 

Screen Shot 2559-04-28 at 11.10.15 PM

 

ຕໍ່ໄປໃຫ້ເຂົ້າຫົວຂໍ້ຊື່ວ່າ SSL Certificate

 

Screen Shot 2559-04-28 at 2.05.27 PM

 

 

ໃສ່ລາຍລະອຽດ E-Mail ໃຫ້ຄົບຕາມຮູບ ແລ້ວກົດ Save

 

Screen Shot 2559-04-28 at 2.18.13 PM

 

ຫາກຂຶ້ນຂໍ້ຄວາມວ່າ Certificate and Key Saved ເປັນອັນວ່າຮຽບຮ້ອຍ ຕໍ່ໄປທົດລອງເຂົ້າເວັບໄຊ້ດ້ວຍ https ໄດ້ເລີຍ ອາດຈະມີ delay ປະມານ 5-10 ນາທີ

 

Screen Shot 2559-04-28 at 2.24.37 PM