ເຊົາໃຊ້ SSH login ດ້ວຍ password ແລ້ວມາໃຊ້ key ທ້ອນ

ເຊົາໃຊ້ SSH login ດ້ວຍ password ແລ້ວມາໃຊ້ key ທ້ອນ

key based authentication

SSH Key ເປັນການປ່ຽນການ Authentication ใໃນຮູບແບບການໃສ່ username , password ປ່ຽນເປັນການນໍາໃຊ້ key pair ແທນ ຄືການນໍາໃຊ້ public key ແລະ private key ຂໍ້ດີຄືປອດໄພກວ່າການນໍາໃຊ້ password ໃນເລື່ອງຂອງການຖືກ Brute Force Attack ,ຫຼື ຖືກໂປຣແກຣມປະເພດ Key Loggerດັກ keyboard ເປັນຕົ້ນ ໂດຍເຮົາສາມາດເພີ່ມຄວາມ Secure ໄປໄດ້ອີກຊັ້ນຄືສາມາດຕັ້ງລະຫັດ passphrase ດ້ວຍກໍໄດ້

ເຄື່ອງທີ່ໃຊ້ໃນການທົດລອງຄັ້ງນີ້
sv1 – 172.16.209.137 (ສ້າງ key ແລະ ນໍາໃຊ້ private key)
sv2 – 172.16.209.138 (ທົດລອງນໍາໃຊ້ public key) ຂະບວນການເຮັດວຽກຂອງ SSH Key Pair 1 )

ເລີ່ມດ້ວຍການ generate Public Key ແລະ Private Key

ssh-keygen -t rsa

ຫາກຕ້ອງການນໍາໃຊ້ Passphrase ກໍຕັ້ງລະຫັດຜ່ານໄດ້ເລີຍ ໃນທີ່ນີ້ເຮົາຈະກົດ enter ເລີຍ ໂດຍບໍ່ຕັ້ງລະຫັດຜ່ານ (Passphrase ເວົ້າງ່າຍໆກໍຄື Master Password ເອົາໄວ້ປົດລັອກການນໍາໃຊ້ Key ນັ້ນເອງ)

ຫຼັງຈາກສໍາເລັດຂະບວນການນີ້ຈະໄດ້ໄຟລມາ 2 ໄຟລຄື Private Key (/root/.ssh/id_rsa) ກັບ Public Key (/root/.ssh/id_rsa.pub) ໂດຍການນໍາໃຊ້ຄືເຮົາຈະນໍາເອົາ Public Key ໄປໃສ່ໄວ້ໃນ Server ທີ່ເຮົາຕ້ອງການ ແລະ ເກັບ Private Key ໄວ້ສໍາລັບ remote access ເຂົ້າໄປເຄື່ອງເຊີບເວີທີ່ມີ Public Key ຝັງຢູ່ນັ້ນເອງ ທົດລອງນໍາ Public Key ໄປໃສ່ໄວ້ເຄື່ອງ sv2

ssh-copy-id [email protected]

ຫຼືນໍາໄຟລ Public Key ໄປໃສ່ໄວ້ທີ່ Path ~/.ssh/authorized_keys

ທົດລອງ Login ອີກຄັ້ງໂດຍນໍາໃຊ້ Key

ssh [email protected]


Screen Shot 2558-12-14 at 2.39.22 AM

ສັງເກດວ່າຈະສາມາດ remote ssh ໄດ້ໂດຍທີ່ບໍ່ມີການຖາມ Password ເພາະວ່າໂດຍ default ແລ້ວ linux ຈະອ່ານ private key ຈາກໄຟລ ~/.ssh/id_rsa ຈາກຂັ້ນຕອນເບື້ອງຕົ້ນເຮົາໄດ້ໃສ່ private key ໄວ້ຈຶາງເຮັດໃຫ້ສາມາດ remote ໄດ້ເລີຍ ແຕ່ຫາກບໍ່ໄດ້ມີການໃສ່ private key ໄວ້ໃນໄຟລນີ້ກໍໃຫ້ຮຽກ Private Key ໂດຍໃຊ້ Argument -i ແທນເຊັ່ນ

ssh -i /path/key [email protected]

ຂະບວນການນໍາໃຊ້ SSH Key ກໍມີເທົ່ານີ້ ຕໍ່ໄປເຮົາຈະມາ Config SSH ເພື່ອປິດການນໍາໃຊ້ Password ກັນຕໍ່ໄປໂດຍເຂົ້າໄປແກ້ໄຂໄຟລ

/etc/ssh/sshd_config

ໂດຍປ່ຽນຈາກ

#PermitRootLogin yes

ແກ້ໄຂເປັນ

PermitRootLogin without-password

Screen Shot 2558-12-14 at 2.49.01 AM

ຫຼັງຈາກນັ້ນ restart sshd ເພື່ອຣີໂຫຼດຄ່າ config ໃໝ່

service sshd restart

ຫາກທົດລອງ login ດ້ວຍ Password ເບິ່ງກໍຈະບໍ່ສາມາດ Access ໄດ້

Screen Shot 2558-12-14 at 2.52.40 AM