ກວດເບິ່ງ SQL statement ຂອງ WordPress ດ້ວຍ Query Monitor

ກວດເບິ່ງ SQL statement ຂອງ WordPress ດ້ວຍ Query Monitor

ໃນບົດຄວາມນີ້ຈະແນະນໍາ Plugin ທີ່ຊື່ວ່າ Query Monitor ສໍາລັບ debug ເບິ່ງ SQL Statement ທີ່ນໍາໃຊ້ຂອງເວັບໄຊ້ຕົວເອງເຊິ່ງໃນມູມມອງເຮົາຄິດວ່າມີປະໂຫຍດຫຼາຍ ເພາະວ່າເຮົາຈະສາມາດວິເຄາະໄດ້ວ່າ Query ໃດ ຫຼື Plugin ໃດ ເຮັດໃຫ້ເວັບໄຊ້ໂຫຼດຊ້າ ແລະ ສາມາດກວດໄດ້ວ່າ Page ໃດໃຊ້ເວລາໃນ Database ເທົ່າໃດ ແລະ ຈໍານວນຈັກ query ໃນໜ້ານັ້ນໆ

 

ເຮົາໄດ້ຫຍັງແດ່ຈາກ Plugin ຕົວນີ້

  • ເບິ່ງ database queries ທັງໝົດທີ່ມມີການນໍາໃຊ້ໃນເວັບໄຊ້ເຮົາ
  • ໄລຍະເວລາການຕອບສະໜອງຂອງ query ເຮົດໃຫ້ເຮົາສາມາດຮູ້ໄດ້ວ່າ Plugin , Themes ໃດທີ່ມີບັນຫາ ແລະ ຖ້າ query ນັ້ນບໍ່ຈໍາເປັນເຮົາກໍສາມາດເອົາອອກໄດ້ເພື່ອໃຫ້ເວັບໄຊ້ເຮົາເຮັດວຽກໄດ້ວ່ອງໄວຂຶ້ນ
  • Debug ເພື່ອເບິ່ງການເຮັດວຽກຂອງ Plugin (for dev)
  • filter ສະເພາະ Plugin ໄດ້ເຊັ່ນຕ້ອງການເບິ່ງວ່າເປັນຫຍັງ Postview ຈຶ່ງຊ້າ ມີ query ຫຍັງເປັນບັນຫາ ເປັນຕົ້ນ
  • ເບິ່ງ Error / Warning ຂອງ PHP ແລະ SQL Command
  • ອື່ນໆເບິ່ງເພີ່ມເຕີມໄດ້ທີ່ https://wordpress.org/plugins/query-monitor/