ການຈັດການ Pages

ການຈັດການ Pages

ຜູ້ດູແລລະບົບສາມາດກົດເພີ່ມ Page ໄດ້ຫຼາຍວິທີເຊັ່ນ

1. ເພີ່ມ Page ຈາກ Menu Pages ທາງດ້ານຊ້າຍຂອງ Admin Menu ແລະ ເລືອກການກົດປຸ່ມ Add New ເພື່ອເຂົ້າສູ່ໜ້າເພີ່ມ Page ໃໝ່
2. ເພີ່ມ Page ຈາກໜ້າ All Pages ແລະ ົກດປຸ່ມ Add New ເພື່ອເຂົ້າສູ່ໜ້າເພີ່ມ Page ໃໝ່

ການຈັດການຂໍ້ມູນ Page

1. ສາມາດກໍານົດຊື່ຂອງໜ້າໄດ້ໃນສ່ວນນີ້
2. ລາຍລະອຽດຂອງໜ້າ ໃນສ່ວນນີ້ຫາກທ່ານບໍ່ຖະນັດໃນການຈັດໜ້າແບບທີ່ WordPress ມີມາໃຫ້ ທ່ານສາມາດໃຊ້ Plugin ຊ່ວຍໃນການຈັດການ layout ໄດ້
ຈະມີ Plugin ທີ່ແນະນໍາຄື Page Builder by SiteOrigin ເປັນ Plugin Free ທີ່ຊ່ວຍທ່ານໄດ້ຢ່າງຫຼວງຫຼາຍ
3. Featured Image ຈະສາມາດກໍານົດຮູບປະຈໍາ page ນັ້ນເພື່ອແຊ ຫຼື ໃຊ້ສະແດງໃນໜ້າໄດ້
4.Parent page ໃຊ້ບອກວ່າເພຈນີ້ຢູ່ພາຍໃຕ້ເພຈຫຍັງ ມີຜົນຕໍ່ url ຂອງເພຈນີ້ Template ເປັນຕົວເລືອກ layout ຂອງເພຈນີ້ເຊິ່ງຂຶ້ນຢູ່ກັບວ່າໃຊ້ທີມຫຍັງ

ຫຼັງຈາກສ້າງ Page ມານັ້ນສາມາດຈັດການການເຂົ້າເຖິງໄດ້ດັ່ງນີ້

1. ຕ້ອງການໃຫ້ສະແດງລິງຂອງ page ນັ້ນໃນໜ້າເວັບໄຊ້ເລີຍ ເລືອກ public
2. ຕ້ອງການໃຫ້ໃສ່ລະຫັດຜ່ານຈຶ່ງຈະລິງໄປທີ່ page ນັ້ນເລືອກ Visibility: password protected ແລະ ຕັ້ງ Password
3. ຕໍ່ການຊ່ອນລິງໄວ້ ແຕ່ສະແດງໃຫ້ເຫັນສະເພາະທີມງານທີ່ login ຜ່ານ domain.com/wp-admin ເລືອກ Visibility : Private
4. ຕ້ອງການກໍານົດວັນສະແດງຜົນ ລ່ວງໜ້າກໍສາມາດເຮັດໄດ້ເຊັ່ນດຽວກັບ Post ໂດຍສາມາດຕັ້ງໄດ້ທີ່ Publish immediately ແລະ ເລືອກວັນ ແລະ ເວລາທີ່ຕ້ອງການ