ວິທີ fix host ໃນຄອມພິວເຕີ

ວິທີ fix host ໃນຄອມພິວເຕີ

ວິທີ fix host ໃນຄອມພິວເຕີ

ການ fix host ນັ້ນຈະສາມາດເຮັດໄດ້ສະເພາະຄອມພິວເຕີທີ່ເຮັດການ fix ເທົ່ານັ້ນ

ເລີ່ມຂັ້ນຕອນທໍາອິດໄດ້ເລີຍ

  1. ເຂົ້າໄປທີ່ This PC ກົດເຂົ້າ Drive : C

ເຂົ້າໄປທີ່ Part ໃນຄອມພິວເຕີຂອງທ່ານດັ່ງນີ້ C:\Windows\System32\drivers\etc

ຄລິກຂວາທີ່ໄຟລ ຊື່ hosts ເລືອກ properties

ກົດທີ່ Security

ເລືອກທີ່ Users (NUUDEE\Users) ແລະກົດທີ່ Edit ( Users ແຕ່ລະເຄື່ອງຈະມີຊື່ບໍ່ຄືກັນ )

ຕິກທີ່ຊ່ອງ Allow ຫົວຂໍ້ Full control ຫຼັງຈາກນັ້ນກົດທີ່ ok

ຫຼັງຈາກກົດ ok ແລ້ວຈະໄປທີ່ໜ້າ hosts propertiesອີກຄັ້ງ ແລະ ກົດ ok ອີກຄັ້ງ

  1. ກັບມາທີ່ໜ້າເກັບໄຟລ hosts ອີກຄັ້ງ ໃຫ້ຄລິກຂວາທີ່ໄຟລ hosts ແລ້ວເລືອກ Open with

ຈາກນັ້ນຈະມີໜ້າຕ່າງໃຫ້ເລືອກເປີດໄຟລ host ໃຫ້ເລືອກເປີດດ້ວຍ Notepad ແລ້ວກົດ ok

ເມື່ອກົດເປີດໄຟລດ້ວຍ Notepad ແລ້ວຈະມີ notepad hosts ເດັ້ງຂຶ້ນມາ

ເລື່ອນລົງມາດ້ານລຸ່ມສຸດ

ໃຫ້ວາງເຄີເຊີ ໄວ້ໃນວັກສຸດທ້າຍທີ່ວັກ # ::1 localhost ແລ້ວກົດ Enter ເພື່ອຂຶ້ນວັກໃໝ່

ຈາກນັ້ນໃຫ້ໃສ່ ip ກັບ domain ທີ່ຕ້ອງການລົງໄປ

ສາມາດຂຽນ ip ກັບ domain ໄວ້ໃນວັກດຽວກັນໄດ້ໂດຍໃສ່ ip ກ່ອນ ແລ້ວຕາມດ້ວຍ domain

*ອະທິບາຍ ip ແລະ domain ທີ່ໃສ່

ip ຄື ip host ຂອງເວັບທີ່ນໍາໃຊ້ຜ່ານ 103.28.10.95

domain ຄືຊື່ຂອງເວັບທີ່ນໍາໃຊ້ ເຊັ່ນ test-huk.com

ແນະນໍາໃຫ້ໃສ່ຕາມຕົວຢ່າງດັ່ງຮູບ

ເພາະເວັບບາງເວັບຈະມີການ config ແບບ www ເພື່ອໃຫ້ທົດສອບໄດ້ຢ່າງເຫັນຜົນ

ຫຼັງຈາກໃສ່ ip ແລະ domain ຮຽບຮ້ອຍແລ້ວກົດ Ctrl + S ເພື່ອບັນທຶກ

ຈາກນັ້ນທົດລອງຜ່ານ browser ໄດ້ເລີຍ

ພຽງເທົ່ານີ້ກໍ fix hosts ສໍາເລັດແລ້ວ ^^