ຕັ້ງຄ່າ Plugin Postman SMTP ແກ້ບັນຫາ WordPress ສົ່ງອີເມວບໍ່ໄດ້

ຕັ້ງຄ່າ Plugin Postman SMTP ແກ້ບັນຫາ WordPress ສົ່ງອີເມວບໍ່ໄດ້

ແກ້ບັນຫາສົ່ງ Email ຈາກ WordPress ບໍ່ໄດ້ຫຼືຕົກຖັງຂີ້ເຫຍື້ອ ເປັນ Spam

ການສົ່ງອີເມວຈາກເວັບໄຊ້ທີ່ສ້າງດ້ວຍ WordPress ມັກຈະມີບັນຫາໃຫ້ເຫັນຄື ສົ່ງອີເມວເຂົ້າຖັງຂີ້ເຫຍື້ອ ຫຼືສົ່ງບໍ່ອອກເລີຍ ການທີ່ອີເມວຂອງທ່ານສົ່ງໄປບໍ່ເຖິງຜູ້ຮັບ ຫຼື ສົ່ງເມວໄດ້ແຕ່ໄປຕົກຢູ່ທີ່ຖັງຂີ້ເຫຍື້ອ ເກີດຈາກຄວາມບໍ່ໜ້າເຊື່ອຖືຈາກຕົ້ນທາງຂອງອີເມວທີ່ທ່ານໃຊ້ໃນການສົ່ງຂໍ້ມູນເຊັ່ນ ຈາກ Website ຫຼື Application ຕ່າງໝ ສາມາດແກ້ໄຂບັນຫານີ້ໄດ້ໂດຍໃຊ້ Plugin POST SMTP

1.ຕິດຕັ້ງປລັກອິນ Post SMTP ຫຼັງຈາກນັ້ນ Activate ເມື່ອຮຽບຮ້ອຍແລ້ວ ໄປທີ່ເມນູ Settings > Postman SMTP ແລ້ວຄລິກທີ່ Start Wizard

2. ຊ່ອງ Email Address ໃຫ້ໃສ່ອີເມວທີ່ຕ້ອງການຕັ້ງຄ່າ ແລະ ໃນຊ່ອງ Name ໃສ່ຊື່ຫຍັງກໍໄດ້ ຮຽບຮ້ອຍແລ້ວກົດ Next

3.ການຕັ້ງຄ່າ Email ຂອງ Gmail ລະບົບກໍຈະເລືອກ smtp ຂອງ gmail ໃຫ້ເຮົາໂດຍອັດຕະໂນມັດ ຈາກນັ້ນກໍຄລິກ Next

4.ລໍຖ້າລະບົບຈະເລືອກການຕັ້ງຄ່າທີ່ເໝາະກັບ Host ຂອງເຮົາໃຫ້ໂດຍອັດຕະໂນມັດ (ບາງຄົນອາດຈະບໍ່ຄືກັນກັບຕົວຢ່າງ) ຄລິກ Next

5.ເມື່ອຮອດຂັ້ນຕອນນີ້ ໃຫ້ຄລິກທີ່ Link ນີ້ https://console.cloud.google.com/ ເພື່ອໄປສ້າງ Client ID ແລະ Client Secret

6. Create a project ແລ້ວກົດ Create ຫຼັງຈາກນັ້ນໄທີ່ API & Services > OAuth consent screen

7. ໃຫ້ເລືອກເປັນ External ແລະກົດ Create

8. ເຂົ້າມາແລ້ວຈະມີໃຫ້ໃສ່ຂໍ້ມູນ App name , Support user email ແລະ Developer contact infomation ຫຼັງຈາກຮຽບຮ້ອຍແລ້ວ ກົດSave and continueໄປເລື້້ອຍໆ ຈົນຮອດBack to dashboard ໄດ້ເລີຍ

9. เເມື່ອເຂົ້າມາທີ່ໜ້ານີ້ໃຫ້ກົດ Publish App ໄດ້ເລີຍ

10. ເຂົ້າມາທີ່ໜ້ານີ້ໃຫ້ໄປທີ່ເມນູ Credentails > OAuth client ID

11. ໃນສ່ວນກົງ Application type ໃຫ້ເລືອກເປັນ Web Application ສ່ວນNameໃຫ້ໃສ່ເປັນຫຍັງກໍໄດ້ ຫຼືເປັນຊື່ໂດເມນຕົວເອງກໍໄດ້ ภาพที่ 2 ໃຫ້copy ທັ້ງ Authorized javaScript origins ແລະ Authorized redirect URIໃນຂໍ້ທີ 5 ມາໃສ່ແລະກົດ Create ໄດ້ເລີຍ

ຮູບທີ 1

ຮູບທີ 2

12. ເມື່ອສ້າງ OAuth clientຮຽບຮ້ອຍແລ້ວ ຈະໄດ້ເປັນຂໍ້ມູນຂອງ Your Client IDແລະYour Client Secretມາເພື່ອນໍາຄ່ານີ້ໄປໃສ່ໃນຂັ້ນຕອນຖັດໄປ

13. ນໍາຄ່າຈາກຂໍ້ 12 ມາໃສ່ທີ່ຊ່ອງ Client ID ແລະ Client Secret ແລະກົດ Next ໄປເລື້ອຍໆ ຈົນຮອດ Finish

14. ຫຼັງຈາກຕັ້ງຄ່າທຸກຢ່າງສໍາເລັດແລ້ວ ເຮົາຕ້ອງໄປກໍານົດ permission ໂດຍຄລິກທີ່ Grant permission with Google ເພື່ອອະນຸຍາດ

15. ເລືອກບັນຊີທີ່ເຮົາຕ້ອງການຕັ້ງຄ່າໃນການນໍາໃຊ້ Email

16. ຄລິກທີ່ ຂັ້ນສູງ ແລະໄປທີ່ domain.com (ບໍ່ປອດໄພ)

17. ຫຼັງຈາກນັ້ນກົດ ດໍາເນີນການຕໍ່ ເປັນອັນວ່າການຕັ້ງຄ່າທຸກຢ່າງຮຽບຮ້ອຍ

18. ຫຼັງຈາກຕັ້ງຄ່າທຸກຢ່າງຮຽບຮ້ອຍແລ້ວ ໃຫ້ທົດລອງສົ່ງອີເມວໂດຍໄປທີ່ Send a Test Email ແລະໃສ່ Email ທີ່ຕ້ອງການທົດລອງໄດ້ເລີຍ

19. ເມື່ອທົດລອງສົ່ງແລ້ວ ຫາກຕັ້ງຄ່າທຸກຢ່າງຖືກຕ້ອງແລ້ວ ຈະຂຶ້ນ Sending the message : Success ເປັນອັນຮຽບຮ້ອຍ