Client Status Codes

Client Status Codes

Client Status Codes ຖືກກໍານົດຄ່າໂດຍ Registrar ບາງ Registrar ຈະກໍານົດສະຖານະຂື້ນມາເມື່ອມີການຈົດທະບຽນ Domain ແລ້ວ ບາງ Registrar ກໍກໍານົດຂຶ້ນມາຕອນທີ່ມີການຮ້ອງຂໍໃຫ້ຈົດທະບຽນ Domain ເຊິ່ງເປັນແຕ່ລະສະຖານະການກໍຈະມີຄວາມໝາຍແຕກຕ່າງກັນ ດັ່ງຂໍ່ມູນຕໍ່ໄປນີ້

Client Status Codes

1. Client DeleteProhibited

ສະຖານະນີ້ຈະບອກຜູ້ດູແລ Domain ວ່າມີການປະຕິເສດຄໍໍາຂໍລົບ Domain

2. Client Hold

ສະຖານະນີ້ອາດຈະພົບເຫັນຫຼາຍ ໂດຍຜູ້ດູແລ Domain ຈະຕ້ອງໄດ້ແກ້ໄຂສະຖານະດັ່ງກ່າວ ເຖິງວ່າຈະບໍ່ມີບັນຫາກັບສະຖານະນີ້ ແຕ່ຕ້ອງແຈ້ງໃຫ້ຜູ້ບໍລິການດູແລ Domain ເພື່ອໃຫ້ດໍາເນີນການແກ້ໄຂສະຖານະໃຫ້ ສະຖານະນີ້ມັກເກີດຂຶ້ນເມື່ອຜູ້ດູແລ Domain ບໍ່ໄດ້ຊໍາລະຄ່າຕໍ່ອາຍຸ Domain ຫຼື ມີການແຈ້ງລົບ Domain ໄວ້

3. Client RenewProhibited

ສະຖານະສະແດງເຖິງການປະຕິເສດໃນການຕໍ່ອາຍຸ Domain ເຖິ່ງເປັນສະຖານະທີ່ບໍ່ປົກກະຕິ ມັກຈະເກີດຂຶ້ນເມື່ອມີການແຈ້ງລົບ Domain

4. Client TransferProhibited

ສະຖານະບົງບອກວ່າມີການປະຕິເສດການຍ້າຍຜູ້ໃຫ້ບໍລິການດູແລ Domain ອອກຈາກຜູ້ໃຫ້ບໍລິການດູແລ Domain ປະຈຸບັນອາດຈະມີການຕັ້ງຄ່າປ້ອງກັນການຍ້າຍ Domain ໄວ້

5. Client UpdateProhibited

ສະຖານະສະແດງການປະຕິເສດການອັບເດດສະຖານະ Domain ຫາກຕ້ອງການ Update ສະຖານະ Domain ຈະຕ້ອງໄດ້ແຈ້ງໃຫ້ຜູ້ບໍລິການດູແລ Domain ດໍາເນີນການປ່ຽນສະຖານະໃຫ້