ແຈ້ງເຕືອນ ຊ່ອງວ່າງຮ້າຍແຮງ WordPress ຜ່ານ Plugin Woocommerce payments

ມີລາຍງານຊ່ອງວ່າງຮ້າຍແຮງທີ່ສົ່ງຜົນກະທົບກັບເວັບໄຊ້ WordPress ຜ່ານ plugin Woocommerce payment ໂດຍຜູ້ບໍ່ຫວັງດີສາມາດເຂົ້າເຖິງສິດຂອງ Administrator ໄດ້ໂດຍບໍ່ຕ້ອງຈໍາເປັນມີ User ມາກ່ອນໃນລະບົບ ໂດຍຊ່ອງວ່າງນີ້ມີຜົນກະທົບກັບ Plugin Woocommerce payments ຕັ້ງແຕ່ເວີຊັ່ນ 4.8.0 ເປັນຕົ້ນມາ ເບື້ອງຕົ້ນທາງທີມ Woocommerce ໄດ້ດໍາເນີນການແກ້ໄຂຮຽບຮ້ອຍແລ້ວໃນເວີຊັ່ນຫຼ້າສຸດ (5.6.2) ແລ້ວ ສໍາລັບລູກຄ້າທີ່ມີການນໍາໃຊ້ plugin ດັ່ງກ່າວ ສາມາດເຂົ້າໄປ update plugin “Woocommerce Payment” ໃຫ້ເປັນ version ຫຼ້າສຸດກັນດ້ວຍ ອ້າງອີງແຫຼ່ງທີ່ມາ – https://www.blognone.com/node/133157 – https://www.bleepingcomputer.com/news/security/wordpress-force-patching-woocommerce-plugin-with-500k-installs/

Read More