ຊອກຫາສາເຫດວ່າເວັບໄຊ້ຊ້າຍ້ອນຫຍັງ (basic)

ຊອກຫາສາເຫດວ່າເວັບໄຊ້ຊ້າຍ້ອນຫຍັງ (basic)

 

ໃນບົດຄວາມນີ້ເຮົາຈະມາເວົ້າເຖິງປັດໄຈທີ່ເັຮດໃຫ້ເວັບໄຊ້ຂອງຕົວເອງນັ້ນໂຫຼດໜ້າເວັບຊ້າ ເຊິ່ງມີຫຼັກໆຢູ່ຫຼາຍອົງປະກອບ ເຮົາຈະມາແຍກແຕ່ລະສ່ວນໃຫ້ຟັງຜ່ານໆ ຈາກປະສົບການຈິງ

 

1 Internet ເຕົ່າຍັງເອີ້ນອ້າຍ

ຫຼາຍຄັ້ງທີ່ພົບບັນຫາ Internet ຊ້າ ເຊິ່ງຈຸດນີ້ບໍ່ສາມາດແກ້ໄຂໄດ້ ຫຼັກໆກໍກວດສອບ Speed Test ໃນປະຈຸບັນຫາກຄວາມໄວບໍ່ເຖິງ 3-5 Mbps ກໍຖືວ່າຊ້າແລ້ວ
ກວດສອບຄວາມໄວ Internet ທີ່ໄດ້ Speedtest

 

2 Hosting ຊ້າ
ໃນການທີ່ຈະໃຫ້ເວັບໄຊ້ແຈ້ງເກີດໃນອອນລາຍ ນັ້ນຈໍາເປັນຕ້ອງຝາກໄວ້ກັບຜູ້ໃຫ້ບໍລິການ Hostings, VPS ຫຼື ວາງເຄື່ອງເອງກໍແລ້ວແຕ່ຕົ້ນທຶນຂອງແຕ່ລະຄົນ ໃນສ່ວນນີ້ກໍມີຜົນຕໍ່ປັດໄຈຫຼັກທີ່ຜົນຕໍ່ຄວາມໄວຂອງການໂຫຼດໜ້າເວັບໄຊ້ ບາງຜູ້ໃຫ້ບໍລິການອາດຈະອັດເວັບໄວ້ເປັນຮ້ອຍ ຫຼື ຫຼັກພັນໃນເຄື່ອງດຽວ ຫຼື ມີຊ່ອງສັນຍານ (bandwidth) ທີ່ໜ້ອຍ ແລະ ບໍ່ພຽງພໍຕໍ່ຄວາມຕ້ອງການຂອງຜູ້ນໍາໃຊ້ ໃນເລື່ອງຂອງການເລືອກຜູ້ໃຫ້ບໍລິການກໍເປັນສິ່ງສໍາຄັນ ຄວນສຶກສາຂໍ້ມູນໃຫ້ດີກ່ອນຕັດສິນໃຈເຊົ່າໃຊ້ບໍລິການ ( ລາຄາໄດ້ມາເຊິ່ງປະສິດທິພາບ )

 

3 Script ມີຄວາມຊັບຊ້ອນຫຼາຍເກີນໄປ
ໃນເບື້ອງຫຼັງຂອງການເຮັດວຽກຂອງເວັບໄຊ້ເຮົາອາດຈະມີການຂຽນ Code ທີ່ມີຄວາມຊັບຊ້ອນເກີນໄປເຊັ່ນມີ Loop ຫຼາຍຜິດປົກກະຕິ ຫຼື ເວົ້າຕົງໆກໍ Logic ຫຼື ທັກສະຂອງຜູ້ພັດທະນາຍັງບໍ່ດີພໍນັ້ນເອງ ໃນສ່ວນນີ້ພົບເຈີກັບໂປຣແກຣມເມີທີ່ປະສົບການຍັງບໍ່ສູງ ແລະ ເປົ້າໝາຍຫຼັກໃນການຂຽນ Coding ພຽງແຕ່ໃຫ້ໂປຣແກຣມທີ່ພັດທະນາເຮັດວຽກໄດ້ຕາມຜົນລັບພຽງຢ່າງດຽວ ບໍ່ໄດ້ຄໍານຶງເຖິງປະສິດທິພາບ ແລະ ຄວາມປອດໄພນັ້ນເອງ ທີ່ພົບເຫັນຫຼາຍກໍຄືສ່ວນຫຼາຍຈະໄປທີ່ການ Query ຖານຂໍ້ມູນເຊັ່ນ Query ແບບບ້າລະຫໍ່າ

SELECT * FROM xxx ORDER BY RAND()

ຈາກຕົວຢ່າງເປັນຕົ້ນລອງຈິນຕະນາການເບິ່ງວ່າຫາກຂໍ້ມູນມີຫຼັກ “ ແສນ ” ຫຼື ຫຼັກ “ ລ້ານ ” ເຣັກຄອດໃນການ Query ແຕ່ລະຄັ້ງຈະເຮັດໃຫ້ກິນ CPU ເຄື່ອງຫຼາຍຂະໜາດໃດ ^ ^
ໃນບົດຄວາມນີ້ຍັງບໍ່ເນັ້ນເລື່ອງຂອງການ Optimize ຄໍາສັ່ງ Query ຂໍຍົກໄປເປັນບົດຄວາມໜ້າຈະອະທິບາຍແບບລົງເລິກໃນເລື່ອງຂອງການນໍາໃຊ້ລະບົບຖານຂໍ້ມູນໃຫ້ໄດ້ປະສິດທິພາບ ແລະ ນໍາໃຊ້ເຄື່ອງເຊີບເວີໃຫ້ຄຸ້ມຄ່າທີ່ສຸດນໍາອີກ

 

4 Contents ທີ່ສະແດງໃນໜ້າເວັບ

Content ທີ່ສະແດງໃນໜ້າເວັບເປັນປັດໄຈຫຼັກເລີຍທີ່ຈະເຮັດໃຫ້ເວັບໄຊ້ຂອງທ່ານໂຫຼດໜ້າເວັບຊ້າເຊັ່ນ ມີໄຟລຂໍ້ມູນທີ່ມີຂະໜາດໃຫຍ່ເກີນໄປ, ຂໍ້ມູນທີ່ Request ເກີດ timeout ຫຼື ມີການເຮັດວຽກຂອງ javascript ທີ່ຜິດພາດລ້ວນເປັນປັດໄຈທີ່ມີຜົນຕໍ່ page speed ທັງໝົດນີ້ສາມາດກວດສອບໄດ້ດ້ວຍ Google Chrome ເລີຍ ຟດຍບໍ່ຕ້ອງຕິດຕັ້ງ Plugin ຫຍັງເພີ່ມເຕີມ

– ຂັ້ນທໍາອິດ ເປີດ Web ດ້ວຍ Google Chrome ແລະ ກົດ ctrl+shift+j

 

 

ກົດເລືອກທີ່ Tab Network ດ້ານເທິງ ແລະ ໃຫ້ເບິ່ງໃນແຕ່ລະ request ວ່າຈຸດໃດທີ່ກິນເວລາຫຼາຍທີ່ສຸດ ຫາກເປັນສ່ວນທີ່ Optimize ຫຼື ແກ້ໄຂໄດ້ກໍໃຫ້ຈັດການໄດ້ເລີຍ ເຊັ່ນພົບການໂຫຼດຮູບພາບທີ່ມີຂະໜາດໃຫຍ່ ຫຼື ພົບ request ທີ່ມີ response code ເປັນ 404 ເປັນຕົ້ນ

** ໃນ 1 request ບໍ່ຄວນເກີນ 1-2 Second ຖ້າເກີນກວ່ານີ້ຄວນຈະຫາວິທີ Optimize ໄດ້ແລ້ວ

ແນະນໍາ Tools ສໍາລັບກວດສອບເພີ່ມເຕີມ (PageSpeed Insights)

https://developers.google.com/speed/pagespeed/insights/