ການກວດສອບ symbolic link ເມື່ອເປີດນໍາໃຊ້ SSL Let’s Encrypt

ການກວດສອບ symbolic link ເມື່ອເປີດນໍາໃຊ້ SSL Let’s Encrypt

ບາງທ່ານອາດຈະສົງໄສວ່າເປັນຫຍັງເປີດນໍາໃຊ້ ssl ແລ້ວເມື່ອເຂົ້ານໍາໃຊ້ຜ່ານ https:// ແລ້ວໜ້າເວັບໄຊ້ຈຶ່ງບໍ່ດຶງຂໍ້ມູນອອກມາ ວິທີການກວດສອບມີດັ່ງນີ້

 

ໃຫ້ login ເຂົ້າສູ່ directadmin ແລະ ໄປທີ່ເມນູ File Manager

ຈາກນັ້ນໃຫ້ກວດສອບໄຟລຂອງເວັບໄຊ້ວ່າໄຟລຕ່າງໆນັ້ນ ຖືກເກັບເອົາໄວ້ທີ່ Directory ໃດ ໂດຍສາມາດກວດສອບໄດ້ດັ່ງນີ້
– domains -> ຊື່ໂດເມນຂອງທ່ານ

ໃນທີ່ນີ້ຈະສັງເກດໄດ້ວ່າ ໄຟລຂອງເວັບໄຊ້ນັ້ນຖືກເກັບເອົາໄວ້ທີ່ public_html

 

ຈາກນັ້ນໃຫ້ໄປທີ່ domain setup ເພື່ອກວດສອບເບິ່ງການຕັ້ງຄ່າຂອງ domain

ໃນການຕັ້ງຄ່າ domain ດັ່ງນີ້

Use a directory named private_html
– ໝາຍເຖິງ ຖ້າຫາກເປີດນໍາໃຊ້ ssl ແລ້ວມີການເຂົ້ານໍາໃຊ້ https:// ແລ້ວ ໜ້າເວັບໄຊ້ຈະດຶງຂໍ້ມູນຈາກ Directory Private_html

Use a symbolic link from private_html to public_html – allows for same data in http and https
– ໝາຍເຖິງການສ້າງ link ໃຫ້ directory public_html ແລະ private_html ຖືເປັນ directory ດຽວກັນ ຖ້າຫາກເປີດນໍາໃຊ້ ssl ແລ້ວມີການເຂົ້ານໍາໃຊ້ຜ່ານ https ໜ້າເວັບໄຊ້ຈະຮຽກຂໍ້ມູນຈາກ public_html ເປັນຫຼັກ ເພາະເຮົາໄດ້ link directory ເຂົ້າຫາກັນແລ້ວ