ກວດສອບ ປະສິດທິພາບ Website ດ້ວຍ Pingdom

ກວດສອບ ປະສິດທິພາບ Website ດ້ວຍ Pingdom

ບາງຄົນຮູ້ສຶກວ່າເວັບໄຊ້ຕົນເອງຊ້າກວ່າຄົນອື່ນ ຢາກຫາທາງແກ້ໄຂແຕ່ບໍ່ຮູ້ຈະແກ້ໄຂຈາກບ່ອນໃດ ວັນນີ້ທາງທີມງານ Huk-com ມີ Tool ມາແນະນໍາສໍາລັບແກ້ໄຂບັນຫານີ້
https://tools.pingdom.com/

1.ໃສ່ Domain ເວັບໄຊ້ຂອງຕົນເອງ

2. ເລືອກ ​Server ສໍາລັບເທສ
ຫຼັງຈາກນັ້ນກົດ Start Test

3. ເມື່ອກົດ Start Test ແລະ ລໍຖ້າລະບົບກວດສອບຈະສະແດງຂໍ້ມູນຕາມຮູບພາບ
ຈະບອກວ່າ
– ເກຣດຂອງເວັບໄຊ້
ເຄື່ອງມືຕົວນີ້ ຈະລວບລວມຂໍ້ມູນທັງໝົດຂອງເວັບໄຊ້ ແລະ ປະເມີນຜົນເພື່ອຈັດອັນດັບ ຫາກເວັບໄຊ້ເຮົາມີຂໍ້ບົກຜ່ອງຈຸດໃດທາງ Tool ມີແນວທາງແກ້ໄຂໃຫ້ໃນສ່ວນຂອງ Performance insights ດ້ານລຸ່ມ
– ເວລາໃນການເປີດໜ້າເວັບໄຊ້
ອັນນີ້ຖ້າ Hosting ຢູ່ໃນປະເທດລາວ ອາດຈະໃຊ້ເວລາຫຼາຍກວ່າປົກກະຕິ ເພາະລະບົບທີ່ທົດສອບຢູ່ຕ່າງປະເທດ ໄດ້ຄະແນນໜ້ອຍກໍບໍ່ເປັນຫຍັງ
– ຂະໜາດຂອງເວັບໄຊ້ ໃນການຫຼຸດ 1 ຄັ້ງ
ສ່ວນນີ້ເປັນສ່ວນທີ່ທາງທີມງານໃຫ້ຄວາມສໍາຄັນສ່ວນໜຶ່ງເລີຍ ເນື່ອງຈາກວ່າ ຫາກເວັບໄຊ້ມີຂະໜາດໃຫຍ່ຈະມີຜົນເສຍກັບເວັບໄຊ້ຂອງທ່ານເຊັ່ນ ໂຫຼດຊ້າ, ເປືອງ Bandwidth