ຂັ້ນຕອນການສະມັກສະມາຊິກ Huk-com
1. ເຂົ້າໜ້າຫຼັກຂອງ hostings.huk-com.la ແລະເລືອກ ສະມັກສະມາຊິກ ບໍລິເວນມຸມຂວາມືຂອງໜ້າເວັບໄຊ້

2. ເຂົ້າສູ່ໜ້າ ລົງທະບຽນໃໝ່
ໃນສ່ວນທໍາອິດຂອງການຕື່ມ “ຂໍ້ມູນສ່ວນຕົວ” ຈໍາເປັນຕ້ອງໃສ່ ຂໍ້ມູນເປັນພາສາອັງກິດເທົ່ານັ້ນ ແລະ E-maill Address ຕ້ອງເປັນ E-mail ທີ່ນໍາໃຊ້ແທ້
ແລະໃສ່ Password ທີ່ໃຊ້ສໍາລັບການເຂົ້ານໍາໃຊ້

3.ການໃສ່ຂໍ້ມູນໃນສ່ວນ “ ທີ່ຢູ່ສໍາລັບເກັບເງິນ” ຈໍາເປັນຕ້ອງໃສ່ ຂໍ້ມູນເປັນພາສາອັງກິດເທົ່ານັ້ນ ເພາະຕ້ອງເອົາຂໍ້ມູນໃນສ່ວນນີ້ໄປໃຊ້ໃນການຈົດທະບຽນໂດເມນ

4. ການໃສ່ຂໍ້ມູນໃນສ່ວນ “ ຂໍ້ມູນເພີ່ມເຕີມທີ່ຈໍາເປັນ ”
– ຮັບການແຈ້ງເຕືອນຜ່ານ SMS – ລະບົບ SMS ສໍາລັບການແຈ້ງເຕືອນຄົບຮອບບິນພ້ອມໝາຍເລກ invoice
ໃນກໍລະນີທີ່ເປັນບໍລິສັດ ແລະ ຕ້ອງການອອກໃບກໍາກັບພາສີ ຈະຕ້ອງໃສ່ຂໍ້ມູນສ່ວນຕົວໃນສ່ວນນີ້ໂດຍເລືອກເປັນใ “ຕ້ອງການ”
– ອະນຸຍາດໃຫ້ໃຊ້ Cookies ທີ່ຈໍາເປັນ – ສ່ວນນີ້ຈະເປັນການເກັບ Session ID ເຂົ້າສູ່ລະບົບຫຼືເພື່ອດໍາເນີນການດ້ານຄວາມປອດໄພ
– ອະນຸຍາດໃຫ້ Cookies ວິເຄາະຂໍ້ມູນ ແລະ ໂຄສະນາ –ສ່ວນນີ້ຂຶ້ນຢູ່ກັບທາງທ່ານໄດ້ເລີຍ ວ່າຂະອະນຸຍາດໃຫ້ທາງບໍລິສັດໄດ້ໃຊ້ Cookies ວິເຄາະຂໍ້ມູນ ແລະ ໂຄສະນາ ຫຼືບໍ່
ເມື່ອໃສ່ຂໍ້ຮຽບຮ້ອຍແລ້ວ ສາມາດ Click ສະມັກສະມາຊິກໄດ້ເລີຍ **ຢ່າລືມ**ຕິກຖືກທີ່ຊ່ອງ” I’m not a robot ” ແລະ ” ຂ້ອຍອ່ານ ແລະ ຍອມຮັບຂໍ້ຕົກລົງການໃຊ້ບໍລິການ ”
ເມື່ອສະມັກສະມາຊິກຮຽບຮ້ອຍແລ້ວ ຈະສະແດງໜ້າ My Dashboard ຂໍ້ມູນສ່ວນຕົວພ້ອມຂໍ້ມູນທີ່ໃຊ້ບໍລິການຢູ່ກັບທາງHuk-Com ລູກຄ້າສາມາດສັ່ງຊື້ບໍລິການຕ່າງໆຂອງເຮົາຜ່ານທາງໜ້ານີ້ໄດ້ເລີຍ
