ການເຊື່ອມຕໍ່ເວັບໄຊ້ກັບ CloudFlare CDN

ການເຊື່ອມຕໍ່ເວັບໄຊ້ກັບ CloudFlare CDN

Cloudflare ແມ່ນຫຍັງ

Cloudflare ຄືຜູ້ໃຫ້ບໍລິການລະບົບ Network ເຄືອຂ່າຍຂໍ້ມູນທີ່ໃຫຍ່ທີ່ສຸດໃນໂລກ ແລະ ໃຫ້ທຸກຄົນທີ່ມີເວັບສາມາດເຂົ້ານໍາໃຊ້ໄດ້ຟຣີ ປະໂຫຍດຫຼັກໆຂອງມັນຄີຊ່ວຍເພີ່ມຄວາມປອດໄພ ແລະ ເພີ່ມຄວາມໄວໃນການເປີດໜ້າເວັບໄຊ້

1. ເລີ່ມຕົ້ນສະມັກ Cloudflare ກ່ອນອັນດັບທໍາອິດ ໂດຍສະມັກໄດ້ທີ່ Link ນີ້ເລີຍ https://dash.cloudflare.com/sign-up

2. ເມື່ອສະມັກສະມາຊິກຮຽບຮ້ອຍແລ້ວໃຫ້ Login ແລະຄລິກທີ່Add Siteເພື່ອເພີ່ມ Domain

3. ເພີ່ມ Domain ທີ່ຕ້ອງການຜູກກັບ Cloudflare ແລ້ວກົດ Add Site ໄດ້ເລີຍ

4. ຫຼັງຈາກ Add Site ຮຽບຮ້ອຍຈະເຂົ້າມາທີ່ Select Plan ເຊິ່ງບ່ອນນີ້ສາມາດເລືອກເປັນແບບ Free ໄດ້ເລີຍ ແລະຄລິກ Continue

5. ຫຼັງຈາກນັ້ນມາທີ່ໜ້າຕັ້ງຄ່າ DNS ໃຫ້ຄລິກທີ່Add record

  • Type – ທີ່ຕ້ອງການຕັ້ງຄ່າ ຍົກຕົວຢ່າງ Type A record
  • Name – ລະບຸຊື່ທີ່ຕ້ອງການເຊັ່ນ www , domain.com
  • Content – ຄ່າທີ່ຕ້ອງການໃຫ້ຊີ້ໄປ ເຊັ່ນ 10.10.1.1.1 (ໃນສ່ວນນີ້ຂຶ້ນຢູ່ກັບ Type ທີ່ເຮົາຕັ້ງຄ່າ)
  • Proxy Status – ຕົວກາງລະຫວ່າງ Server ແລະ Cloudflare

Tip : Proxy Status เເປັນຕົວກາງລະຫວ່າງ Server ແລະ Cloudflare ຖ້າຫາກຕ້ອງການຊີ້ໄປທີ່ Server ໂດຍກົງໃຫ້ກົດປິດທີ່ເມກສີສົ້ມໄດ້ເລີຍ

ຮູບນີ້ເປັນຕົວຢ່າງການຕັ້ງຄ່າແບບ Type A record

6. ເມື່ອຕັ້ງຄ່າຮຽບຮ້ອຍ DNS ທີ່ຕັ້ງຄ່າໄວ້ຈະ Show ຢູ່ດ້ານລຸ່ມ ດັງຮູບ

7. ເມື່ອຕັ້ງຄ່າ DNS ຮຽບຮ້ອຍລະບົບຈະ Genarate Nameserver ມາໃຫ້ສາມາດນໍາ Nameserver 2 ຄ່ານີ້ໄປຕັ້ງຄ່າທີ່ Domain ໄດ້ເລີຍ ແລະ ຄລິກທີ່ Done, check nameservers

8. ຄລິກ Skip recommendations ກ່ອນໄດ້ເລີຍ ເປັນອັນວ່າສໍາເລັດຮຽບຮ້ອຍ ຫຼັງຈາກນັ້ນລໍຖ້າ DNS Update 1-3 ຊມ. ແລະກວດສອບເວັບໄຊ້ອີກຄັ້ງໄດ້ເລີຍ